14:07 | 07/11/2021

ອົດ​ສະ​ຕາ​ລີ ​ຊ່ວຍເຫຼືອ​ຫວຽດນາມ ​ຕີ​ລາຄາ​ຜົນ​ກະທົບ​ຂອງ​ເຕັກ​ໂນ​ໂລ​ຢີເຖິງ​​ການ​ເຕີບ​ໂຕ​ເສດຖະກິດ

AstraZeneca ພິ​ຈ​າ​ລະ​ນາ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຜະ​ລິດ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ AstraZeneca ພິ​ຈ​າ​ລະ​ນາ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຜະ​ລິດ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ
ນັກ​ຮຽນ​ຮູ​້​ກູ​ບາ: ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ສະ​ແດງ​ໃຫ້​ເຫັນ​ວິ​ໄສ​ທັດ ສັດຈະວິພາກ ແລະ​ກຳ​ລັງ​ແຮງ​ດ້ານ​ແນວ​ຄິດ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ນັກ​ຮຽນ​ຮູ​້​ກູ​ບາ: ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ສະ​ແດງ​ໃຫ້​ເຫັນ​ວິ​ໄສ​ທັດ ສັດຈະວິພາກ ແລະ​ກຳ​ລັງ​ແຮງ​ດ້ານ​ແນວ​ຄິດ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ
ອົດ​ສະ​ຕາ​ລີ ​ຊ່ວຍເຫຼືອ​ຫວຽດນາມ ​ຕີ​ລາຄາ​ຜົນ​ກະທົບ​ຂອງ​ເຕັກ​ໂນ​ໂລ​ຢີເຖິງ​​ການ​ເຕີບ​ໂຕ​ເສດຖະກິດ
ອົດ​ສະ​ຕາ​ລີ ​ຊ່ວຍເຫຼືອ​ຫວຽດນາມ ​ຕີ​ລາຄາ​ຜົນ​ກະທົບ​ຂອງ​ເຕັກ​ໂນ​ໂລ​ຢີເຖິງ​​ການ​ເຕີບ​ໂຕ​ເສດຖະກິດ. ພາບ: ສະຖານທູດອົດ​ສະ​ຕາ​ລີ ປະຈຳ ຫວຽດນາມ

ວັນທີ 3 ພະຈິກ, ກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ແລະກຸ່ມຄົ້ນຄວ້າ Data61 ຂອງອົງການຄົ້ນຄວ້າວິທະຍາສາດ ແລະອຸດສາຫະກໍາອົດສະຕາລີ (CSIRO) ໄດ້ລົງພິມບົດລາຍງານ “ການປ່ຽນແປງໃໝ່ເຕັກໂນໂລຢີຫວຽດນາມ - ຕີລາຄາຜົນກະທົບຂອງເຕັກໂນໂລຢີເຖິງການເຕີບໂຕເສດຖະກິດ”.

ບົດລາຍງານດັ່ງກ່າວໄດ້ສະເໜີໃນ 5 ຂົງເຂດ, ທໍາອິດແມ່ນການປັບປຸງກໍາລັງ ຄວາມສາມາດໃນການດຶງດູດ ແລະການລົງທຶນ ເພື່ອຊຸກຍູ້ການນໍາໃຊ້ ເຕັກໂນໂລຢີໃນວິສາຫະກິດ. ທີສອງ, ປັບປຸງ​ທັກ​ສະ​ການ​ຄຸ້ມ​ຄອງ, ​ໂຄງ​ສ້າງ ​ແລະທັກ​ສະ​ປອດເຕັກນິກຕ່າງໆ. ທີ​ສາມ, ຊຸກຍູ້​ການ​ເຄື່ອນ​ໄຫວ​ຄົ້ນ​ຄ້ວາ ​ແລະ ພັດທະນາ ​ແລະຕິດພັນກັບ​ບັນດາວິ​ສາ​ຫະກິດ ເພື່ອ​ຊຸກຍູ້​ບັນດາ​ຂະ​ແໜງ​ອຸດສາຫະກໍາ ປາຍແຫຼມ. ທີສີ່​ ແມ່ນ​ການ​ພັດທະນາແຫຼ່ງ​ຊັບພະຍາກອນ​ມະນຸດ. ແລະສຸດທ້າຍ ແມ່ນສ້າງເຄື່ອງມືນະໂຍບາຍ ແລະກົນໄກການປະຕິບັດຢູ່ລະດັບຊາດ ແລະ ຂັ້ນແຂວງ ເພື່ອກະຕຸ້ນຄວາມມານະພະຍາຍາມພັດທະນາເຕັກໂນໂລຢີ.

ການ​ຄົ້ນພົບຂອງ​ນັກວິທະຍາສາດ​ໃນ​ຂອບ​ເຂດຂອງ​ບົດ​ລາຍ​ງານ “ປ່ຽນແປງໃໝ່ ເຕັກ​ໂນ​ໂລ​ຢີຫວຽດນາມ-ຕີ​ລາຄາ​ຜົນ​ກະທົບ​ຂອງ​ເຕັກ​ໂນ​ໂລຢີເຖິງ​ການ​ເຕີບ​ໂຕ​ເສດຖະກິດ” ​ແມ່ນ​ຂໍ້​ມູນ​ທຳ​ອິດ​ທີ່​ໄດ້​ຄົ້ນຄວ້າ ​ແລະຕີ​ລາຄາ​ຢ່າງ​ສັງລວມ, ປະກອບສ່ວນ​ຊ່ວຍ​ໃຫ້ ຫວຽດນາມ ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ວາ​ອີກກ່ຽວກັບການ​ປະ​ກອບ​ສ່ວນຢ່າງແທດຈິງຂອງ​ເຕັກ​ໂນ​ໂລ​ຢີໃນ​ການ​ພັດ​ທະ​ນາ​ປະ​ເທດຊາດ​. ບັນດາ​ການຄົ້ນພົບ ​ແລະຂໍ້​ສະ​ເໜີ​ໃນ​ບົດ​ລາຍ​ງານ​ສະບັບ​ນີ້ ຈະ​ແມ່ນ​ການເຈາະຈິ້ີ້ມ​ທີ່ສຳຄັນ​ໃຫ້​ແກ່​ນະ​ໂຍບາຍ​ພັດທະນາ​ເຕັກ​ໂນ​ໂລ​ຢີຂອງຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-11861.html

In bài biết