ທີມຊາດ U.23 ຫວຽດນາມ ຊະນະທີມຊາດ U.23 ໄຕ້ຫວັນ 1:0 ປະຕູ
| ບົດທີ 2 - ທ່ານ ປອ. ເລດຶກທີ້ງ: "ລັດຮ່ວມເດີນທາງກັບປະຊາຊົນ" | |
| ບົດທີໜຶ່ງ - ນັກຄົ້ນຄ້ວາ ຫງວຽນຮຸ່ງຫວີ: ຈຸດເວລາທີ່ສຸກງອມແຫ່ງປະຫວັດສາດ | 
|  | 
| ທີມຊາດ U.23 ຫວຽດນາມ ຊະນະທີມຊາດ U.23 ໄຕ້ຫວັນ 1:0 ປະຕູ. ພາບ: giaoducthoidai.vn | 
ດ້ວຍລະບົບເກມຫຼິ້ນ 3-4-3, ທີມຊາດ U.23 ຫວຽດນາມ ປະສົບຄວາມຫຍຸ້ງຍາກຕໍ່ເກມຮັບຂອງທີມຊາດ U.23 ໄຕ້ຫວັນ. ດ້ວຍຄວາມມານະພະຍາຍາມບຸກຕີ, ຮອດນາທີ 82 ນັກເຕະວັນຊວນ ຂອງທີມຊາດຫວຽດນາມ ຈຶ່ງຍິງເຂົ້າປະຕູ ທີມຊາດໄຕ້ຫວັນ ໄດ້, ຮອດນາທີ 85 ນັກເຕະ Chen Chih-huan ຂອງ U.23 ໄຕ້ຫວັນ ໄດ້ຮັບບັດແດງ ຍ້ອນມີການກະທໍາບໍ່ດີຕໍ່ກອງຫຼັງວັນໂດ ຂອງທີມຊາດຫວຽດນາມ. ຈົບເກມທີມຊາດຫວຽດນາມ ຍາດໄດ້ 3 ຄະແນນ ແລະມີທ່າໄດ້ປຽບເມື່ອແຂ່ງຂັນກັບທີມຊາດ U.23 ມຽນມາ ໃນວັນທີ 2 ພະຈິກ ຈະມາເຖິງ.
 
                     
 