12:40 | 25/10/2021

ຮ່າໂນ້ຍ ເປີດລາຍການທ່ອງທ່ຽວປອດໄພ

ສະເໜີຂຸດຄົ້ນບັນດາຖ້ຽວບິນໄປຍັງ ໂນ້ຍບາຍ ເລີ່ມແຕ່ວັນທີ 10 ຕຸລາ ສະເໜີຂຸດຄົ້ນບັນດາຖ້ຽວບິນໄປຍັງ ໂນ້ຍບາຍ ເລີ່ມແຕ່ວັນທີ 10 ຕຸລາ
ລາຍການສິລະປະສະເຫຼີມສະຫຼອງ 67 ປີແຫ່ງວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ ຢູ່ ສ.ເຊັກ ລາຍການສິລະປະສະເຫຼີມສະຫຼອງ 67 ປີແຫ່ງວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ ຢູ່ ສ.ເຊັກ
ພາບ​ປະ​ກອບ
ພາບ​ປະ​ກອບ

ນີ້ແມ່ນກິດຈະກໍາເປີດສາກໃຫ້ລາຍການທ່ອງທ່ຽວປອດໄພຂອງຫໍພິພິຕະພັນປະຫວັດສາດແຫ່ງຊາດ ແລະບໍລິສັດທ່ອງທ່ຽວ. ໃນມື້ທໍາອິດ, ລາຍການຍ່າງທ່ຽວໄດ້ຕ້ອນຮັບແຂກທ່ອງທ່ຽວ 6 ຄະນະ, ຄະນະໜຶ່ງມີ 10 ຄົນເຂົ້າຮ່ວມ.

ລາຍການຍ່າງທ່ຽວໄດ້ເລີ່ມຕົ້ນແຕ່ຫໍພິພິຕະພັນປະຫວັດສາດແຫ່ງຊາດ, ໃນໄລຍະ 1 ຊົ່ວໂມງ 30 ນາທີ, ແຂກທ່ອງທ່ຽວໄດ້ເບິ່ງ, ຊອກຮູ້ບັນດາສິ່ງລ້ຳຄ່າຢູ່ທີ່ນີ້, ຍ່າງເລາະຖະໜົນເກົ່າແກ່ ແລະບັນດາກິດຈະການທີ່ພົ້ນເດັ່ນຂອງນະຄອນຫຼວງ, ຄື: ໂຮງລະຄອນໃຫຍ່ຮ່າໂນ້ຍ, ໂຮງແຮມ Sofitel Legend Metropole ຮ່າໂນ້ຍ. ນອກຈາກຮັບຟັງແນະນຳໂດຍກົງຈາກຜູ້ນໍາທ່ຽວແລ້ວ, ແຂກທ່ອງທ່ຽວຍັງແມ່ນຜູ້ທໍາອິດທີ່ໄດ້ຮັບຟັງການບັນຍາຍແບບອັດຕະໂນມັດຜ່ານໂທລະສັບມືຖືອີກດ້ວຍ. ຕາມແຜນການແລ້ວ, ລາຍການທ່ອງທ່ຽວນີ້ຈະຈັດຕັ້ງໃນທຸກວັນເສົາ ແລະວັນອາທິດ.

Link: https://huunghivietlao.thoidai.com.vn/detail-article-11733.html

In bài biết