22:38 | 13/10/2021

ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ພົບປະກັບສະມາຄົມນັກທຸລະກິດ ໜຸ່ມ ຫວຽດນາມ

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ສິ້ນສຸດການເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫຍ່, ສປຊ ຊຸດທີ 76 ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ສິ້ນສຸດການເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫຍ່, ສປຊ ຊຸດທີ 76
ທ່ານປະທານປະເທດ ກູບາ ປະດັບຫຼຽນ​ໄຊ Jose Marti ໃຫ້ແກ່ ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ທ່ານປະທານປະເທດ ກູບາ ປະດັບຫຼຽນ​ໄຊ Jose Marti ໃຫ້ແກ່ ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ພົບປະກັບສະມາຄົມນັກທຸລະກິດ ໜຸ່ມ ຫວຽດນາມ
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ພົບປະກັບສະມາຄົມນັກທຸລະກິດ ໜຸ່ມ ຫວຽດນາມ. ພາບ: TTXVN

ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາວິສາຫະກິດ ແລະ ນັກທຸລະກິດທີ່ໄດ້ບຸກບືນຕົວຢ່າງເຂັ້ມແຂງ, ຜ່ານຜ່າຄວາມຫຍຸ້ງຍາກ, ມີຄວາມພະຍາຍາມໃນການຜະລິດ; ປະຕິບັດຕາມຄຳຮຽກຮ້ອງຂອງພັກ ແລະ ລັດ, ປະກອບສ່ວນໃນການໜູນຊ່ວຍບັນດາຜູ້ປະສົບສະພາບການຫຍຸ້ງຍາກ, ກຳລັງແນວໜ້າໃນການຕ້ານໂລກລະບາດ.

ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງນັກທຸລະກິດ ແລະ ວິສາຫະກິດຫວຽດນາມ ທີ່ໄດ້ຮັບການຮັບຮອງຈາກພັກ ແລະ ລັດ ວ່າເປັນກຳລັງຂັບເຄື່ອນສຳຄັນໃຫ້ແກ່ການພັດທະນາປະເທດຊາດ.

ໃນຕອນເຊົ້າວັນດຽວກັນ, ເມື່ອໄປຢ້ຽມຢາມ, ມອບຂອງຂວັນໃຫ້ຄົນເຈັບທີ່ພວມປິ່ນປົວຢູ່ໂຮງໝໍເດັກນະຄອນໂຮ່ຈີມິນ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ຍ້ອງຍໍຊົມເຊີຍ, ຕີລາຄາສູງຕໍ່ການນຳໂຮງໝໍ, ແພດໝໍ, ພະນັກງານໂຮງໝໍ ທີ່ໄດ້ເສີມຂະຫຍາຍຄວາມຮັບຜິດຊອບສູງ, ຄວາມຕັດສິນໃຈຂອງກຳລັງແນວໜ້າຕ້ານການລະບາດ, ອຸທິດຕົນໃນການປິ່ນປົວ, ຫຼຸດຈຳນວນການເສຍຊີວິດໃຫ້ໜ້ອຍທີ່ສຸດ, ປະກອບສ່ວນຊ່ວຍນະຄອນໃຫ້ຜ່ານຜ່າການລະບາດຂອງ COVID-19.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-11603.html

In bài biết