21:00 | 08/10/2021

ACWP, Operation Smile ມອບປຶ້ມແບບຮຽນ ແລະ ໜ້າກາກໃຫ້ນັກຮຽນທີ່ມີຄວາມຫຍຸ້ງຍາກ ຢູ່ເມືອງເຫວ້ 106 ຄົນ

Operation Smile Vietnam ລະດົມກອງທຶນໄດ້ກວ່າ 2 ຕື້ດົ່ງເພື່ອຊື້ອຸປະກອນການແພດໜູນຊ່ວຍ ຫວຽດນາມຕ້ານການລະບາດຂອງພະຍາດໂຄວິດ -19 Operation Smile Vietnam ລະດົມກອງທຶນໄດ້ກວ່າ 2 ຕື້ດົ່ງເພື່ອຊື້ອຸປະກອນການແພດໜູນຊ່ວຍ ຫວຽດນາມຕ້ານການລະບາດຂອງພະຍາດໂຄວິດ -19
ອົງການ Operation Smile ຫວຽດນາມ ຈັດຕັ້ງການລະດົມທຶນເພື່ອຊື້ເຄື່ອງອຸປະກອນປ້ອງກັນພະຍາດ 3.000 ຢ່າງ ແລະ ສົ່ງໄປນະຄອນໂຮ່ຈີມິນ ອົງການ Operation Smile ຫວຽດນາມ ຈັດຕັ້ງການລະດົມທຶນເພື່ອຊື້ເຄື່ອງອຸປະກອນປ້ອງກັນພະຍາດ 3.000 ຢ່າງ ແລະ ສົ່ງໄປນະຄອນໂຮ່ຈີມິນ

ພະແນກການຕ່າງປະເທດແຂວງເທື່ອທຽນເຫວ້ ໄດ້ປະສານສົມທົບມອບປຶ້ມແບບຮຽນ ຈໍານວນ 106 ຊຸດ (ມູນຄ່າ 28 ລ້ານດົ່ງ) ໃຫ້ກັບນັກຮຽນແຕ່ຊັ້ນ ປໍ1 ຫາ ປໍ5 ຂອງໂຮງຮຽນປະຖົມສອງແຫ່ງຄື ຫ່ວາໝິ ແລະ ເຕືນໝີ ເນື່ອງໃນໂອກາດໄຂສົກຮຽນໃໝ່ 2021-2022.

ACWP, Operation Smile ມອບປຶ້ມແບບຮຽນ ແລະ ໜ້າກາກໃຫ້ນັກຮຽນທີ່ມີຄວາມຫຍຸ້ງຍາກ ຢູ່ເມືອງເຫວ້ 106 ຄົນ
ACWP, Operation Smile ມອບປຶ້ມແບບຮຽນ ແລະ ໜ້າກາກໃຫ້ນັກຮຽນທີ່ມີຄວາມຫຍຸ້ງຍາກ ຢູ່ເມືອງເຫວ້ 106 ຄົນ

ກ່ອນໜ້ານີ້, ໃນເດືອນກໍລະກົດ 2021, ກອງທຶນຊ່ວຍເຫຼືອເດັກນ້ອຍທີ່ບໍ່ມີພໍ່ແມ່ ACWP ໄດ້ຮ່ວມມືກັບພະແນກການຕ່າງປະເທດ ແລະ ຄະນະກໍາມະການປະຊາຊົນເມືອງນາມດົງ ເພື່ອມອບງົວແມ່ພັນ 15 ໂຕໃຫ້ກັບຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ.

ກອງທຶນ ACWP ເປັນອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ທີ່ໄດ້ຮັບໃບຢັ້ງຢືນການຈົດທະບຽນເຄື່ອນໄຫວຢູ່ຫວຽດນາມ ໂດຍຄະນະກຳມະການວຽກງານກ່ຽວກັບອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ສະບັບເລກທີ 298/CNV-HD, ເຄື່ອນໄຫວໃນຂົງເຂດການຊ່ວຍເຫຼືອເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ (ບໍ່ລວມບັນຫາລູກລ້ຽງ) ຢູ່ບັນດາແຂວງ ເບີນແຈ, ກວາງນາມ, ເທື້ອທຽນ-ເຫວ້.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-11534.html

In bài biết