06:38 | 08/10/2021

ທຸກລັດ​ຖະນະ​ໂຍ​ບາຍ​​ຂອງ​ສະ​ພາ​ແຫ່ງ​ຊາດ ລ້ວນ​ແຕ່​ຖື​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ເປັນ​ໃຈ​ກາງ

DAFO ແລະ ສະ​ຖານ​ກົງ​ສູນໃຫຍ່ ກູ​ບາ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ ເຫັນ​ດີ​ເປັນ​ເອ​ກະ​ພາບເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ DAFO ແລະ ສະ​ຖານ​ກົງ​ສູນໃຫຍ່ ກູ​ບາ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ ເຫັນ​ດີ​ເປັນ​ເອ​ກະ​ພາບເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ
ຄູ​ບາ, ​ສຳ​ມ​ະ​ເນນ ແລະ ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ຫວຽດ​ນາມ ​ອາ​ໄສ ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ຊາ​ຊົນ​ ລາວ ​ຕ້ານ​ໂລກ​ລະ​ບາດ ຄູ​ບາ, ​ສຳ​ມ​ະ​ເນນ ແລະ ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ຫວຽດ​ນາມ ​ອາ​ໄສ ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ຊາ​ຊົນ​ ລາວ ​ຕ້ານ​ໂລກ​ລະ​ບາດ
ທ່ານປະທານສະພາແຫ່ງຊາດ  ເວືອງດິ່ງເຫວ້  ກ່າວຄຳເຫັນທີ່ການພົບປະກັບ ນັກທຸລະກິດ ແລະ ຜູ້ຕາງໜ້າວິສາຫະກິດ (ພາບ: quochoi.vn)
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ການພົບປະກັບ ນັກທຸລະກິດ ແລະ ຜູ້ຕາງໜ້າວິສາຫະກິດ (ພາບ: quochoi.vn)

ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ສົ່ງຄຳອວຍພອນມາຍັງປະຊາຄົມວິສາຫະກິດ ເນື່ອງໃນໂອກາດວັນນັກທຸລະກິດ ຫວຽດນາມ 13 ຕຸລາ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ສະພາແຫ່ງຊາດພວມຕັ້ງໜ້າກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 2 ເຊິ່ງຄາດວ່າຈະໄຂຂຶ້ນໃນວັນທີ 20 ຕຸລາ ຈະມາເຖິງ. ໃນນັ້ນ, ສະພາແຫ່ງຊາດຈະພິຈາລະນາຮ່າງກົດໝາຍສຳຄັນຫຼາຍສະບັບທີ່ກ່ຽວຂ້ອງໂດຍກົງເຖິງວິສາຫະກິດ, ນັກທຸລະກິດ ແລະ ຟື້ນຟູເສດຖະກິດ - ສັງຄົມ; ພິຈາລະນາ, ຕັດສິນບັນດາໜ້າທີ່ເສດຖະກິດ - ສັງຄົມ, ປະເມີນຜົນກະທົບຈາກໂລກລະບາດໂຄວິດ - 19 ຕໍ່ທຸກດ້ານຂອງຊີວິດເສດຖະກິດ, ສັງຄົມ, ແຮງງານ, ວຽກເຮັດງານທຳຂອງປະຊາຊົນ. ຄະນະປະຈຳສະພາແຫ່ງຊາດກໍຮຽກຮ້ອງໃຫ້ລັດຖະບານ ຕ້ອງມີແຜນການຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂດຍໄວ. ເວທີປາໄສເສດຖະກິດ - ສັງຄົມປະຈຳປີ ຂອງສະພາແຫ່ງຊາດ ຈະຖືກຈັດຂຶ້ນໃນຕົ້ນປີ 2022 ກໍຈະສຸມໃສ່ປຶກສາຫາລືບັນດາບັນຫາດັ່ງກ່າວ.

ທ່ານປະທານສະພາແຫ່ງຊາດ ກໍເນັ້ນໜັກວ່າ ສະພາແຫ່ງຊາດ ແລະ ຂ້າພະເຈົ້າເອງ ຍາມໃດກໍກຳນົດວ່າ, ທຸກລັດຖະນະໂຍບາຍຂອງສະພາແຫ່ງຊາດ ຕ່າງກໍຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງ, ເພື່ອນຜົນປະໂຫຍດຂອງປະຊາຊົນ ແລະ ວິສາຫະກິດ./.

Link: https://huunghivietlao.thoidai.com.vn/detail-article-11529.html

In bài biết