18:08 | 30/09/2021

ຫວຽດນາມໄດ້ຮັບງວດວັກຊີນ Sputnik V ພາຍຫຼັງການຢ້ຽມຢາມລັດເຊຍຂອງທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ

ຫາງສຽງລັດເຊຍຕີລາຄາຢ່າງຕັ້ງໜ້າ ຕໍ່ການຢ້ຽມຢາມຂອງ ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ຫາງສຽງລັດເຊຍຕີລາຄາຢ່າງຕັ້ງໜ້າ ຕໍ່ການຢ້ຽມຢາມຂອງ ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ຈະໄປຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ຈະໄປຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ
ຫວຽດນາມໄດ້ຮັບງວດວັກຊີນ Sputnik V ພາຍຫຼັງການຢ້ຽມຢາມລັດເຊຍຂອງທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ
ຫວຽດນາມໄດ້ຮັບງວດວັກຊີນ Sputnik V ພາຍຫຼັງການຢ້ຽມຢາມລັດເຊຍຂອງທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ. ພາບ: VABIOTECH

ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການໃນວັນທີ 27 ກັນຍາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ ໄດ້ມີການພົບປະກັບການນຳຂອງກອງທຶນລົງທຶນໂດຍກົງຂອງລັດເຊຍກ່ຽວກັບການສະໜອງວັກຊີນ, ການມອບໂອນເຕັກໂນໂລຢີການຜະລິດ ແລະການຜະລິດວັກຊີນ Sputnik V ຢູ່ຫວຽດນາມ.

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ ໄດ້ຕີລາຄາສູງເລື່ອງກອງທຶນລົງທຶນໂດຍກົງຂອງລັດເຊຍໄດ້ອະນຸມັດ ແລະມອບໂອນຜະລິດຕະພັນຊີວະພາບເພື່ອຜະລິດວັກຊີນ Sputnik V ຢູ່ຫວຽດນາມ, ສະເໜີໃຫ້ສືບຕໍ່ສະໜອງວັກຊີນໃຫ້ແກ່ຫວຽດນາມໂດຍໄວເທົ່າທີ່ຈະໄວໄດ້ຕາມກໍານົດເວລາທີ່ໄດ້ຕົກລົງກັນໄວ້.

ເນື່ອງໃນໂອກາດນີ້, ໃນຕອນບ່າຍຂອງວັນທີ 29 ກັນຍາ, ທີ່ ຮ່າໂນ້ຍ, ງວດວັກຊີນທໍາອິດ ໄດ້ຮັບໂດຍ ບໍລິສັດ ວັກຊີນ ແລະ ຜະລິດຕະພັນຊີວະພາບ ຈໍາກັດຜູ້ດຽວ.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-11433.html

In bài biết