08:07 | 30/09/2021

ສິງກະໂປ ເປັນເຈົ້າພາບຈັດຕັ້ງການແຂ່ງຂັນ AFF Cup 2020

AFF Suzuki Cup 2020: ຫວຽດນາມ ພົບກັບມາເລເຊຍ, ອິນໂດເນເຊຍ, ກຳປູເຈຍ ແລະ ລາວ AFF Suzuki Cup 2020: ຫວຽດນາມ ພົບກັບມາເລເຊຍ, ອິນໂດເນເຊຍ, ກຳປູເຈຍ ແລະ ລາວ
ຫວຽດ​ນາມພົບລັດ​ເຊຍ​ໃນ​ຮອບ 1/8 futsal World Cup ຫວຽດ​ນາມພົບລັດ​ເຊຍ​ໃນ​ຮອບ 1/8 futsal World Cup
ສິງກະໂປ ເປັນເຈົ້າພາບຈັດຕັ້ງການແຂ່ງຂັນ AFF Cup 2020
ທີມຊາດຫວຽດນາມ ພວມຄອງແຊ້ມ AFF Cup. ພາບ: ວັນຈຽນ.

ກ່ອນໜ້ານັ້ນໜຶ່ງມື້, ຄະນະແຂ່ງຂັນຂອງ AFF ໄດ້ຈັດຕັ້ງກອງປະຊຸມທາງອອນລາຍເພື່ອຕົກລົງເລືອກເອົາສະຖານທີ່. ສິງກະໂປ ແລະໄທ ແມ່ນສອງປະເທດຕອບສະໜອງມາດຖານຕ່າງໆເພື່ອເປັນປະເທດເຈົ້າພາບ.

ສິງກະໂປ ໄດ້ຮັບການຄັດເລືອກພາຍຫຼັງການປ່ອນບັດຕາມຮູບການສົ່ງອີເມວ. ປະເທດເຈົ້າພາບ AFF Cup 2020 ຕອບສະໜອງໄດ້ມາດຖານຕ່າງໆກ່ຽວກັບການອະນຸຍາດຂອງລັດຖະບານ, ແຜນການຮັບມືກັບພະຍາດ, ການເຄື່ອນຍ້າຍ, ພື້ນຖານໂຄງລ່າງ ແລະຮັບປະກັນຄວາມສ່ຽງຖ້າຫາກການແຂ່ງຂັນຖືກຍົກເລີກ.

AFF Cup 2020 ຈະດໍາເນີນແຕ່ວັນທີ 5 ທັນວາ ປີ 2021 ຮອດວັນທີ 1 ມັງກອນ ປີ 2022. ຕາມໝາກຜົນການຈົກສະຫຼາກ, ທີມຊາດຫວຽດນາມ ນອນໃນກຸ່ມ B ກັບມາເລເຊຍ, ອິນໂດເນເຊຍ, ກໍາປູເຈຍ ແລະລາວ. ກຸ່ມ A ມີໄທ, ມຽນມາ ແລະຟີລິບປິນ, ສິງກະໂປ ພ້ອມກັບທີມທີ່ຊະນະໃນການແຂ່ງຂັນ play-off ລະຫວ່າງບຣຸໄນ ແລະຕີມໍ ແລັດສະເຕ.

ທີມຊາດຫວຽດນາມ ເຂົ້າຮ່ວມ AFF Cup 2020 ດ້ວຍຖານະຕໍາແໜ່ງພວມຄອງແຊ້ມ.

Link: https://huunghivietlao.thoidai.com.vn/detail-article-11420.html

In bài biết