16:15 | 25/09/2021

ເພີ່ມທະວີການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ -19 ຢູ່ໃນເຂດສາມຫລ່ຽມພັດທະນາ

ສະມາຄົມ​ມິດຕະພາບລາວ - ຫວຽດນາມ ຂັ້ນ​ສູນ​ກາງ ອວຍພອນ 76 ປີແຫ່ງວັນຊາດຫວຽດນາມ ສະມາຄົມ​ມິດຕະພາບລາວ - ຫວຽດນາມ ຂັ້ນ​ສູນ​ກາງ ອວຍພອນ 76 ປີແຫ່ງວັນຊາດຫວຽດນາມ
ຜູ້ແທນລາວຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຄະນະກຳມະການປະສານງານຮ່ວມ ເຂດສາມຫລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 12 ຜູ້ແທນລາວຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຄະນະກຳມະການປະສານງານຮ່ວມ ເຂດສາມຫລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 12

ຄະນະຜູ້ແທນກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ ນຳໂດຍ ທ່ານ ຫວູຫາຍຮ່າ, ປະທານຄະນະກຳມາທິການ. ດ້ວຍຫົວຂໍ້ “ເພີ່ມທະວີການພົວພັນຮ່ວມມືລັດຖະສະພາ ເພື່ອການພັດທະນາແບບຍືນຍົງ ແລະ ຮັບມືກັບວິກິດການ ໂຄວິດ -19 ຢູ່ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ”.

ເພີ່ມທະວີການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ -19 ຢູ່ໃນເຂດສາມຫລ່ຽມພັດທະນາ

ເພີ່ມທະວີການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ -19 ຢູ່ໃນເຂດສາມຫລ່ຽມພັດທະນາ. (ພາບ: gov)

ກອງປະຊຸມມີຈຸດປະສົງ ເພື່ອແລກປ່ຽນປະສົບການ ແລະ ແກ້ໄຂບັນດາບັນຫາທີ່ທ້າທາຍ ແນໃສ່ສົ່ງເສີມ ແລະ ສະໜັບສະໜູນລັດຖະບານສາມປະເທດ ເພື່ອສ້າງເຂດສາມຫຼ່ຽມພັດທະນາທີ່ວັດທະນາຖາວອນຍິ່ງຂຶ້ນ, ໂດຍສະເພາະ ແມ່ນການຟື້ນຟູຜົນກະທົບທີ່ເກີດຈາກພະຍາດໂຄວິດ-19 ຕໍ່ກັບບັນດາພື້ນຖານເສດຖະກິດ ແລະ ການດໍາລົງຊີວິດຂອງປະຊາຊົນໃນພາກພື້ນ.

ກ່າວຄຳເຫັນທີ່ກອງປະຊຸມ, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ຮຽກຮ້ອງຄວາມສາມັກຄີ ແລະ ຄວາມຮັບຜິດຊອບລວມຂອງເຂດສາມຫຼ່ຽມພັດທະນາ ໃນການຮ່ວມມື ແລະ ແລກປ່ຽນປະສົບການ, ໂດຍສະເພາະ ແມ່ນການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີເຂົ້າໃນການພັດທະນາພາກພື້ນ ແລະ ຄວບຄຸມພະຍາດໂຄວິດ -19 ຂ້າມຊາຍແດນຢ່າງມີປະສິດທິຜົນ; ສະເໜີໃຫ້ເພີ່ມທະວີການຮ່ວມມືລະຫວ່າງສາມປະເທດ ແລະ ກັບຄູ່ຮ່ວມມືໃນການຄົ້ນຄວ້າ, ການພັດທະນາ ແລະ ການແບ່ງປັນວັກຊີນ, ຢຸກຢາ ແລະ ອຸປະກອນການແພດຢ່າງສະເໝີພາບ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ -19.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-11330.html

In bài biết