06:30 | 22/09/2021

ບຸນໄຫວ້ພະຈັນທີ່ມ່ວນຊື່ນ

ແງ່ຫວັງການຮ່ວມມືລະຫວ່າງວິສາຫະກິດຫວຽດນາມ ແລະ ຮົ່ງກົງພາຍຫຼັງໂລກລະບາດ ແງ່ຫວັງການຮ່ວມມືລະຫວ່າງວິສາຫະກິດຫວຽດນາມ ແລະ ຮົ່ງກົງພາຍຫຼັງໂລກລະບາດ
ຫວຽດນາມ ພວມມານະພະຍາຍາມຄວບຄຸມການລະບາດ ແລະຟື້ນຟູການຜະລິດດຳເນີນທຸລະກິດ ຫວຽດນາມ ພວມມານະພະຍາຍາມຄວບຄຸມການລະບາດ ແລະຟື້ນຟູການຜະລິດດຳເນີນທຸລະກິດ
ພາບປະກອບ
ພາບປະກອບ

ທີ່ລາຍການ, ພວກນ້ອງນ້ອຍໄດ້ຮັບຊົມບັນດາລາຍການສິລະປະທີ່ເປັນເອກະລັກສະເພາະ, ການຟ້ອນສິງໂຕໂດຍພວກນ້ອງນ້ອຍ ຢູ່ ຮ່າໂນ້ຍ ແລະບັນດາແຂວງນະຄອນ ສະແດງ ແລະການລະຫລິ້ນພື້ນເມືອງຕ່າງໆ, ຮັບຟັງການແບ່ງປັນຂອງພວກນ້ອງນ້ອຍກ່ຽວກັບຄວາມມຸ່ງຫວັງໃນໂອກາດບຸນໄຫວ້ພະຈັນ. ອ້າຍ ຫງວຽນງອກເລືອງ, ເລຂາສູນກາງຄະນະຊາວຫນຸ່ມ ໄດ້ເນັ້ນຫນັກວ່າ: ລາຍການ ບຸນໄຫວ້ພະຈັນທີ່ມ່ວນຊື່ນ ດ້ວຍການເຄື່ອນໄຫວຫລາຍຢ່າງຈັດຂຶ້ນໃນໄລຍະຜ່ານມາ ຄືດັ່ງຂອງຂວັນດ້ານຈິດໃຈດ້ວຍຄວາມປາດຖະຫນາຢາກໃຫ້ພວກນ້ອງເຍົາວະຊົນອະນຸຊົນໄດ້ຕ້ອນຮັບບຸນໄຫວ້ພະຈັນທີ່ອົບອຸ່ນ ເຕັມໄປດ້ວຍຄວາມຮັກແພງ, ການແບ່ງປັນ, ຄວາມເອົາໃຈໃສ່ຈາກບັນດາອົງການຊາວຫນຸ່ມ, ກອງເຍົາວະຊົນທຸກຂັ້ນ.

ວັນບຸນໄຫວ້ພະຈັນປີນີ້ ແມ່ນວັນບຸນພິເສດທີ່ສຸດສຳລັບເດັກນ້ອຍໃນທົ່ວປະເທດ ຍ້ອນຫລາຍທ້ອງຖິ່ນພວມປະຕິບັດບັນດາມາດຕະການແຍກຫ່າງສັງຄົມເພື່ອປ້ອງກັນຕ້ານໂລກລະບາດໂຄວິດ - 19. ເຖິງຢ່າງໃດກໍຕາມ ອຳນາດການປົກຄອງ ແລະບັນດາອົງການຈັດຕັ້ງມະຫາຊົນໃນສັງຄົມກໍ່ໄດ້ຈັດຕັ້ງບັນດາລາຍການຢື້ຢາມຖາມຂ່າວມອບຂອງຂວັນໃຫ້ເດັກໃນໂອກາດບຸນໄຫວ້ພະຈັນ.

Link: https://huunghivietlao.thoidai.com.vn/detail-article-11267.html

In bài biết