18:00 | 20/09/2021

ສັນຍາ RCEP ຄາດວ່າຈະມີຜົນບັງຄັບໃຊ້ໃນຕົ້ນປີ 2022

ເປີດຕະຫຼາດນັດສິນຄ້າຈີນ - ອາຊີໃຕ້ ປີ 2021 ເປີດຕະຫຼາດນັດສິນຄ້າຈີນ - ອາຊີໃຕ້ ປີ 2021
ສັນຍາ EVFTA: ວົງເງິນສົ່ງອອກ-ນຳເຂົ້າລະຫວ່າງຫວຽດນາມ ແລະ ອີຢູ ເພີ່ມຂຶ້ນກວ່າ 18% ສັນຍາ EVFTA: ວົງເງິນສົ່ງອອກ-ນຳເຂົ້າລະຫວ່າງຫວຽດນາມ ແລະ ອີຢູ ເພີ່ມຂຶ້ນກວ່າ 18%

ຢູ່ນອກກອງປະຊຸມປຶກສາຫາລື ລະຫວ່າງລັດຖະມົນຕີເສດຖະກິດອາຊຽນ ແລະ ບັນດາຄູ່ເຈລະຈາ, ຫວ່າງແລ້ວນີ້, ໃນການຕອບນັກຂ່າວກ່ຽວກັບບູລິມະສິດຂອງອາຊຽນ ໃນການຮ່ວມມືດ້ານເສດຖະກິດ ແລະ ການສົນທະນາກ່ຽວກັບການໃຫ້ສັດຕະຍາບັນ ແລະ ການຄາດຄະເນກ່ຽວກັບການຈັດຕັ້ງປະຕິບັດ RCEP, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເຈີນກວກແຄັງ ເນັ້ນໜັກວ່າ: ໃນຖານະເປັນປະທານອາຊຽນ ແລະ ເປັນປະທານກອງປະຊຸມລັດຖະມົນຕີ RCEP, ຫວຽດນາມ ແລະ ບັນດາປະເທດອາຊຽນ ໄດ້ຍົກອອກຂໍ້ລິເລີ່ມຕ່າງໆ ເພື່ອຊ່ວຍແກ້ໄຂບັນຫາທີ່ຍັງຄ້າງຄາ ເພື່ອສາມາດສະຫຼຸບການເຈລະຈາ ແລະ ລົງນາມ RCEP ຢູ່ນອກກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ໃນເດືອນພະຈິກ 2021.

ສັນຍາ RCEP ຄາດວ່າຈະມີຜົນບັງຄັບໃຊ້ໃນຕົ້ນປີ 2022
ສັນຍາ RCEP ຄາດວ່າຈະມີຜົນບັງຄັບໃຊ້ໃນຕົ້ນປີ 2022. (ພາບ: TTXVN)

ພາຍຫຼັງຜົນສຳເລັດດັ່ງກ່າວ, ໃນສະພາບການພັດທະນາທີ່ສັບສົນຂອງການແຜ່ລະບາດຂອງພະຍາດ COVID-19, ເຊິ່ງໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ເສດຖະກິດ ແລະ ໄດ້ເຮັດໃຫ້ຕ່ອງໂສ້ການສະໜອງຂອງພາກພື້ນຂາດວັກຂາດຕອນນັ້ນ, ບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມື ລ້ວນແຕ່ຢາກໃຫ້ສັນຍາ RCEP ມີຜົນບັງຄັບໃຊ້ໂດຍໄວ, ລະອຽດແມ່ນໃນຕົ້ນປີ 2022 ເພື່ອຊຸກຍູ້ການຄ້າ ແລະ ການລົງທຶນໃນພາກພື້ນ, ປະກອບສ່ວນເຂົ້າໃນການຟື້ນຟູເສດຖະກິດພາຍຫຼັງໂລກລະບາດ.

ບົນຈິດໃຈນັ້ນ, ບັນດາປະເທດທີ່ລົງນາມໃນ RCEP ໄດ້ຈັດຕັ້ງປະຕິບັດຂັ້ນຕອນການໃຫ້ສັດຕະຍາບັນສັນຍາໃນໄວໆນີ້. ອີງຕາມຂໍ້ກຳນົດຂອງ RCEP, ສັນຍາສະບັບນີ້ ຈະມີຜົນບັງຄັບໃຊ້ຢ່າງເປັນທາງການ ພາຍຫຼັງ 60 ວັນ ນັບຈາກເວລາທີ່ຢ່າງໜ້ອຍມີ 6 ປະເທດອາຊຽນ ແລະ 3 ປະເທດຄູ່ຮ່ວມມືປະຕິບັດສໍາເລັດຂັ້ນຕອນການອະນຸມັດ/ ໃຫ້ສັດຕະຍາບັນ ແລະ ມອບສົ່ງສຳເນົາເອກະສານຕໍ່ອົງການສຳເນົາເອກະສານ (ເລ​ຂາ​ທິ​ການ​ໃຫຍ່ອາຊຽນ).

ຫວຽດນາມ ກໍາລັງປະຕິບັດສໍາເລັດຂັ້ນຕອນສຸດທ້າຍ ແລະ ຄາດວ່າຈະສາມາດປະຕິບັດສໍາເລັດການອະນຸມັດສັນຍາ RCEP ກ່ອນເດືອນພະຈິກ 2021.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-11249.html

In bài biết