15:15 | 20/09/2021

ສື່ມວນຊົນ ຢູ່ແນວໜ້າການປ້ອງກັນຕ້ານໂລກລະ​ບາດໂຄວິດ - 19

USAID ໜູນຊ່ວຍ​ເງິນ​ເກືອບ 10 ລ້ານ USD ເພື່ອຊ່ວຍ ຫວຽດ​ນາມ ຮັບ​ມື​ກັບ​ໂລກ​ລະ​ບາດ ແລະ ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດໂຄວິດ - 19 USAID ໜູນຊ່ວຍ​ເງິນ​ເກືອບ 10 ລ້ານ USD ເພື່ອຊ່ວຍ ຫວຽດ​ນາມ ຮັບ​ມື​ກັບ​ໂລກ​ລະ​ບາດ ແລະ ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດໂຄວິດ - 19
ປ່ຽນຍຸດ​ທະ​ສາດ​ຂອງຫວ​ຽດ​ນາມໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດໂຄວິດ - 19 ປ່ຽນຍຸດ​ທະ​ສາດ​ຂອງຫວ​ຽດ​ນາມໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດໂຄວິດ - 19
ພາບປະກອບ
ພາບປະກອບ

ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາໄດ້ປຶກສາຫາລື ກ່ຽວກັບທີ່ຕັ້ງບົດບາດຂອງ ສື່ມວນຊົນໃນການໂຄສະນາໃນໂລກລະບາດໂຄວິດ - 19, ແບ່ງປັນບັນດາເລື່ອງລາວທີ່ຕື້ນຕັນໃຈ ໃນວິວັດການປະຕິບັດວຽກງານຂອງນັກຂ່າວ ແລະ ການເຂົ້າຮ່ວມຢ່າງຂ້ຽວຂາດຂອງບັນດາ “ເລຂາຂອງຍຸກສະໄໝ” ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ບັນດາຜູ້ແທນໄດ້ເຮັດໃຫ້ບັນດາບົດຮຽນປະສົບການຈະແຈ້ງຂຶ້ນເພື່ອໃຫ້ມີບັນດາຜົນງານສື່ມວນຊົນ, ມີບັນດາບົດຂຽນວາດພາບເຖິງສະພາບການຕົວຈິງການດຳລົງຊີວິດຂອງປະຊາຊົນ ເຊິ່ງພວມໄດ້ຮັບຄວາມສົນໃຈຈາກປະຊາຊົນເປັນຈຳນວນຫຼວງຫຼາຍ.

ການໂອ້ລົມສົນທະນາກໍ່ເຊີດຊູພາລະກຳ, ຄວາມຮັບຜິດຊອບຂອງສື່ມວນຊົນຢູ່ແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ສະເໜີຕ້ອງມີບັນດານະໂຍບາຍສຳລັບຖັນແຖວນັກຂ່າວ ທີ່ປະຕິບັດງານໃນໄລຍະເກີດໂລກລະບາດ, ປຶກສາຫາລື ເລື່ອງສື່ມວນຊົນຮ່ວມເດີນທາງກັບວິສາຫະກິດຜ່ານຜ່າໄລຍະວິກິດການຈາກໂລກລະບາດໂຄວິດ - 19 ໃນປັດຈຸບັນ.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-11244.html

In bài biết