ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍຢູ່ ໂຊມາລີ ແກ້ໄຂບັນດາຄວາມແຕກຕ່າງກັນ, ຕັ້ງຜົນປະໂຫຍດຂອງຊາດຢູ່ເໜືອກ່ວາສິ່ງໃດໝົດ
ວັນທີ 17 ກັນຍາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມຮັບຟັງບົດລາຍງານກ່ຽວກັບສະພາບການ ຢູ່ ໂຊມາລີ. ກ່າວຄຳຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ໄດ້ແບ່ງປັນຄວາມສົນໃຈຂອງປະຊາຄົມສາກົນ, ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ ກ່ຽວກັບຄວາມບໍ່ລົງລອຍກັນ ຢູ່ ໂຊມາລີ, ຮັບຮູ້ເລື່ອງບັນດາການນຳ ໂຊມາລີ ໄດ້ສະແດງຄວາມພ້ອມທີ່ຈະເຈລະຈານຳກັນ.
ກອງປະຊຸມຮັບຟັງບົດລາຍງານກ່ຽວກັບສະພາບການ ຢູ່ ໂຊມາລີ (ພາບ: TTXVN) |
ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກວ່າ ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງສາມັກຄີກັນ,ສຸມໃສ່ມານະພະຍາຍາມໃຫ້ແກ່ບັ້ນຕໍ່ສູ້ຕ້ານການກໍ່ການຮ້າຍ, ໂລກລະລາດໂຄວິດ - 19, ໂລກລະບາດ, ໄພທຳມະຊາດ ແລະ ບັນດາຄວາມຫຍຸ້ງຍາກ ກ່ຽວກັບເສດຖະກິດ ສັງຄົມ ກໍ່ຄືບັນດາຄວາມສ່ຽງຕ່າງໆຕໍ່ສັນຕິພາບ ແລະ ການພັດທະນາແບບຍືນຍົງ. ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອງຖືວ່າ ປັດຈຸບັນ, ບັນດາຝ່າຍຕ້ອງຊອກຫາວິທີການແກ້ໄຂບັນດາຄວາມແຕກຕ່າງກັນ,ເຂົ້າຮ່ວມການເຈລະຈາ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ ບົນຈິດໃຈສ້າງສາ ແລະ ມານະພະຍາຍາມກ່ວາອີກ ເພື່ອມຸ່ງໄປເຖິງຄວາມເຫັນດີເຫັນພ້ອມດ້ານການເມືອງ ໃນການຈັດຕັ້ງການເລືອກຕັ້ງບົນພື້ນຖານຂໍ້ຕົກລົງທີ່ບັນລຸໄດ້ໃນວັນທີ 27 ພຶດສະພາທີ່ຜ່ານມາ.