12:23 | 16/09/2021

ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຫວູ ເຮັດວຽກກັບການນໍາກຸ່ມບໍລິສັດ Adidas

ພົບປະກັບປະຊາຄົມຊາວຫວຽດນາມຢູ່ Ústecký ພົບປະກັບປະຊາຄົມຊາວຫວຽດນາມຢູ່ Ústecký
ການນໍາເຂົ້າ ແລະສົ່ງອອກ ຂອງຫວຽດນາມກັບຈີນ ບັນລຸ 100 ຕື້ USD ການນໍາເຂົ້າ ແລະສົ່ງອອກ ຂອງຫວຽດນາມກັບຈີນ ບັນລຸ 100 ຕື້ USD

ເຂົ້າຮ່ວມກອງປະຊຸມມີການນຳພະແນກການຕ່າງປະເທດນະຄອນໂຮ່ຈີມິນ ແລະບັນດາແຂວງບິ່ງເຢືອງ, ແຂວງດົ່ງນາຍ, ການນຳຂອງຄະນະຄຸ້ມຄອງເຂດອຸດສາຫະກຳ ບິ່ງເຢືອງ ແລະຜູ້ຕາງໜ້າ ກົງສູນໃຫຍ່ຫວຽດນາມ ປະຈຳ ຮົງກົງ.

ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຫວູ ເຮັດວຽກກັບການນໍາກຸ່ມບໍລິສັດ Adidas
ທ່ານຮອງລັດຖະມົນຕີ ຫງວຽນມິງຫວູ. ພາບ: doanhnhanphaply.vn

ທ່ານຮອງລັດຖະມົນຕີ ຫງວຽນມິງຫວູ ໄດ້ຕີລາຄາສູງກຸ່ມບໍລິສັດ Adidas ທີ່ໄດ້ຈັດຕັ້ງປະຕິບັດການຜະລິດ ແລະທຸລະກິດຢູ່ຫວຽດນາມຢ່າງມີປະສິດທິຜົນໃນຊຸມປີຜ່ານມາດ້ວຍການປະກອບສ່ວນຢ່າງຕັ້ງໜ້າຕໍ່ກັບກິດຈະກໍາການສົ່ງອອກ ແລະການສ້າງວຽກເຮັດງານທໍາ.

ທ່ານຮອງລັດຖະມົນຕີໄດ້ຮອງຮູ້ຕໍ່ບັນດາຄວາມພະຍາຍາມຂອງກຸ່ມບໍລິສັດທີ່ເຂົ້າຮ່ວມການຮຽກຮ້ອງໃຫ້ລັດຖະບານບັນດາປະເທດສະມາຊິກສະຫະພາບເອີຣົບ (EU) ໜູນຊ່ວຍວັກຊີນ, ຢາປິ່ນປົວ ແລະອຸປະກອນການແພດເພື່ອຊ່ວຍຫວຽດນາມຕໍ່ສູ້ກັບໂລກລະບາດ Covid-19; ຫວັງວ່າກຸ່ມບໍລິສັດຈະສືບຕໍ່ເສີມຂະຫຍາຍບົດບາດອັນຕັ້ງໜ້າໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນລະຫວ່າງຫວຽດນາມກັບເຢຍລະມັນ ແລະບັນດາສະມາຊິກ EU ເພື່ອຍາດແຍ່ງສິດຜົນປະໂຫຍດຂອງສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະອີຢູ (EVFTA).

ການນຳກຸ່ມບໍລິສັດ Adidas ເນັ້ນໜັກວ່າ ຫວຽດນາມແມ່ນເຂດທຸລະກິດຍຸດທະສາດ, ສະໜອງ ຜະລິດຕະພັນຂອງ Adidas ຫຼາຍທີ່ສຸດໃນທົ່ວໂລກ; ປາດຖະໜາວ່າຈະສືບຕໍ່ຮັກສາ, ຈັດຕັ້ງປະຕິບັດບັນດາການດໍາເນີນການຜະລິດ, ທຸລະກິດຢູ່ຫວຽດນາມໃນໄລຍະຈະມາເຖິງ.

ກຸ່ມບໍລິສັດ Adidas ຕີລາຄາສູງຄວາມສາມາດບົ່ມຊ້ອນຂອງຕະຫຼາດຫວຽດນາມ, ໂດຍສະເພາະແມ່ນໃນສະພາບການທີ່ສັນຍາ EVFTA ມີຜົນສັກສິດ ແລະປາດຖະໜາ ວ່າ ຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ສ້າງເງື່ອນໄຂສະດວກຈາກລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໃນການເຄື່ອນໄຫວຢູ່ຫວຽດນາມ.

ກຸ່ມບໍລິສັດ Adidas ສະໜັບສະໜູນ ບັນດາຄວາມມານະພະຍາຍາມຂອງລັດຖະບານຫວຽດນາມເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂດຍໄວ ແລະແກ້ໄຂຄວາມຫຍຸ້ງຍາກໃຫ້ບັນດາວິສາຫະກິດ. Adidas ຍາມໃດກໍ່ໃຫ້ບູລິມະສິດໃນການຮັບປະກັນສຸຂະພາບ ແລະຄວາມປອດໄພຂອງຜູ້ອອກແຮງງານໃນລະຫວ່າງການດໍາເນີນງານຢູ່ຫວຽດນາມ.

ທ່ານຮອງລັດຖະມົນຕີ ຫງວຽນມິງຫວູ ຢືນຢັນວ່າ ລັດຖະບານຫວຽດນາມຍາມໃດກໍ່ໜູນຊ່ວຍ ແລະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ແລະນັກລົງທຶນຕ່າງປະເທດຢູ່ຫວຽດນາມ.

ໃນສະພາບການປະຈຸບັນ, ລັດຖະບານໃຫ້ບຸລິມະສິດໃນການຄວບຄຸມພະຍາດໂດຍໄວ, ພ້ອມທັງເອົາໃຈໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາການດໍາເນີິນການຜະລິດ ແລະ ດຳເນີນທຸລະກິດ.

ທ່ານຮອງລັດຖະມົນຕີປາດຖະໜາວ່າ ກຸ່ມບໍລິສັດ Adidas ຈະສືບຕໍ່ປະສົບຜົນສໍາເລັດໃນການດໍາເນີນງານໃນໄລຍະຍາວຢູ່ຫວຽດນາມດ້ວຍການຮ່ວມເດີນທາງ, ການໜູນຊ່ວຍຈາກບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນຂອງຫວຽດນາມ.

ຜູ້ຕາງໜ້າຂອງບັນດາທ້ອງຖິ່ນທີ່ເຂົ້າຮ່ວມການແລກປ່ຽນຂໍ້ມູນກ່ຽວກັບຄວາມມານະພະຍາຍາມຂອງທ້ອງຖິ່ນໃນການຄວບຄຸມພະຍາດ ແລະການໜູນຊ່ວຍໃນການແກ້ໄຂຄວາມຫຍຸ້ງຍາກໃນການເຄື່ອນໄຫວການຜະລິດ, ດຳເນີນທຸລະກິດຂອງບັນນດາວິສາຫະກິດ ແລະນັກລົງທຶນ.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-11174.html

In bài biết