ພົນເອກ ຟຸ່ງກວາງແທັງ ເຖິງແກ່ມໍລະນະກຳ
ນະຄອນຫຼວງຮ່າໂນ້ຍຖະຫວາຍທູບທຽນເພື່ອອາໄລຫາ ພົນເອກ ຫວໍງວຽນຢາບ | |
ງານວາງສະແດງຮູບຖ່າຍ 110 ແຜ່ນ ກ່ຽວກັບ ພົນເອກ ຫວໍງວຽນຢາບ - ຊີວິດ ແລະພາລະກິດ |
ພົນເອກ ຟຸ່ງກວາງແທັງ. ພາບ: zingnews.vn |
ຕາມແຫຼ່ງຂ່າວຈາກຄະນະປົກປ້ອງ ແລະດູແລສຸຂະພາບພະນັກງານຂັ້ນສູນກາງ, ສະຫາຍ ພົນເອກ ຟຸ່ງກວາງແທັງ, ເກີດປີ 1949, ອະດີດກໍາມະການກົມການເມືອງ, ອະດີດຮອງເລຂາຄະນະພັກການທະຫານສູນກາງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຖິງແກ່ມໍລະນະກຳພາຍຫຼັງເຈັບເປັນມາໄດ້ໄລຍະໜຶ່ງ. ເຖິງວ່າພັກ, ລັດ ແລະໝູ່ຄະນະສາດສະດາຈານ, ທ່ານໝໍໄດ້ທຳການປິ່ນປົວຈົນສຸດຄວາມສາມາດ ແລະໄດ້ຮັບຄວາມເອົາໃຈໃສ່ເບິ່ງແຍງດູແລຈາກຄອບຄົວແລ້ວກໍ່ຕາມແຕ່ຍ້ອນອາການໜັກ, ສຸຂະພາບອ່ອນເພຍຈຶ່ງບໍ່ສາມາດກອບກູ້ເອົາຊີວິດທ່ານໄວ້ໄດ້, ສະຫາຍ ພົນເອກ ຟຸ່ງກວາງແທັງ ໄດ້ເຖິງແກ່ມໍລະນະກຳໃນເວລາ 03 ໂມງ 45 ນາທີ ຂອງວັນທີ 11 ກັນຍາ 2021 ຢູ່ເຮືອນສ່ວນຕົວ.
ພິທີໄວ້ອາໄລ, ພິທີເຄົາລົບສົບ, ພິທີປົງສົບສະຫາຍ ພົນເອກ ຟຸ່ງກວາງແທັງ ຈະແຈ້ງໃຫ້ຊາບຕາມຫຼັງ.
ສະຫາຍພົນເອກ ຟຸ່ງກວາງແທັງ ເກີດເມື່ອວັນທີ 2 ກຸມພາ 1949 ທີ່ບ້ານແທັກດາ, ເມືອງເມລິງ, ນະຄອນຮ່າໂນ້ຍ. ສະຫາຍເປັນກໍາມະການສູນກາງພັກ ຊຸດທີ IX, X, XI; ກໍາມະການກົມການເມືອງ ຊຸດທີ X, XI; ສະມາຊິກສະພາແຫ່ງຊາດຊຸດທີ XI, XII, XIII. ສະຫາຍໄດ້ເລື່ອນຊັ້ນພົນເອກໃນເດືອນກໍລະກົດ 2007.
ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ (2006), ສະຫາຍໄດ້ເລືອກຕັ້ງເຂົ້າຄະນະບໍລິຫານງານສູນກາງພັກ, ໄດ້ເລືອກຕັ້ງເຂົ້າກົມການເມືອງ ແລະໄດ້ຮັບໜ້າທີ່ເປັນຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ.
ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ (2011), ສະຫາຍສືບຕໍ່ໄດ້ຮັບການເລືອກຕັ້ງເຂົ້າຄະນະບໍລິຫານງານສູນກາງພັກ, ໄດ້ເລືອກຕັ້ງເຂົ້າກົມການເມືອງ ແລະໄດ້ຮັບໜ້າທີ່ເປັນຮອງເລຂາຄະນະພັກ ການທະຫານສູນກາງ. ທີ່ກອງປະຊຸມສະໄໝສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ XIII, ສະພາແຫ່ງຊາດ ໄດ້ຕົກລົງໃຫ້ທ່ານພົນເອກ ຟຸ່ງກວາງແທັງ ສືບຕໍ່ເປັນລັດຖະມົນຕີກະຊວງປ້ອງກັນປະເທດ.