17:38 | 10/09/2021

ຫວຽດນາມ ກຳລັງສົ່ງເສີມການຜັນຂະຫຍາຍການນຳໃຊ້ໜັງສືຜ່ານແດນວັກຊີນໃນໄວໆນີ້

ຫວຽດນາມຕີລາຄາສູງວິວັດການເຊື່ອມຕໍ່ທີ່ເໝາະສົມກັບແຕ່ລະປະເທດ ຫວຽດນາມຕີລາຄາສູງວິວັດການເຊື່ອມຕໍ່ທີ່ເໝາະສົມກັບແຕ່ລະປະເທດ
ແບນຊິກ ແລະ EU ພ້ອມແລ້ວທີ່ຈະເພີ່ມທະວີການພົວພັນກັບຫວຽດນາມ ກ່ວາອີກ ແບນຊິກ ແລະ EU ພ້ອມແລ້ວທີ່ຈະເພີ່ມທະວີການພົວພັນກັບຫວຽດນາມ ກ່ວາອີກ
ຜູ້ຮອງໂຄສົກຂອງກະຊວງການຕ່າງປະເທດ ດວ່ານຄັກຫວຽດ
ຜູ້ຮອງໂຄສົກຂອງກະຊວງການຕ່າງປະເທດ ດວ່ານຄັກຫວຽດ. ພາບ: anninhthudo.vn

ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບຄວາມເປັນໄປໄດ້ໃນການນຳໃຊ້ “ໜັງສືຜ່ານແດນວັກຊີນ”, ທ່ານຫວຽດ ກ່າວວ່າ: ວັນທີ 4 ສິງຫາ, ກະຊວງສາທາລະນະສຸກໄດ້ອອກຄຳແນະນຳກ່ຽວກັບການຢູ່ແຍກປ່ຽວທາງການແພດສຳ ລັບຄົນທີ່ເຂົ້າມາຫວຽດນາມໂດຍໄດ້ສັກຢາວັກຊີນປ້ອງກັນພະຍາດໂຄວິດ -19 ຄົບ 2 ເຂັມ ຫຼື ປິ່ນປົວຫາຍດີຈາກພະຍາດ ໂຄວິດ -19. ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ ພວມສົ່ງເສີມໃຫ້ສາມາດນຳໃຊ້ ໜັງສືຜ່ານແດນວັກຊີນໃນໄວໆນີ້, ດັດປັບບັນດາຂໍ້ກຳນົດກ່ຽວກັບການເຂົ້າ - ອອກເມືອງ, ສ້າງເງື່ອນໄຂສະດວກໃຫ້ບັນດານັກຊ່ຽວຊານ, ແຮງງານ ແລະນັກລົງທຶນຕ່າງປະເທດເຂົ້າມາຫວຽດນາມກວ່າອີກ; ຄົ້ນຄ້ວາ ແລະຈັດຕັ້ງປະຕິບັດໂຄງການທົດລອງການທ່ອງທ່ຽວແບບຄົບວົງຈອນສໍາລັບນັກທ່ອງທ່ຽວສາກົນທີ່ໄດ້ສັກຢາວັກຊີນ ຄົບ 2 ເຂັມ ເຂົ້າມາຫວຽດນາມ.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-11076.html

In bài biết