08:00 | 10/09/2021

ການແຂ່ງຂັນກິລາເຕະບານນັກສຶກສາຫວຽດນາມ ເພື່ອສະໜັບສະໜູນກອງທຶນວັກຊີນກັນພະຍາດໂຄວິດ -19

ກອງທຶນວັກຊີນກັນ COVID-19 ໄດ້ຮັບເງິນຈຳນວນ 8,185 ຕື້ດົງ ກອງທຶນວັກຊີນກັນ COVID-19 ໄດ້ຮັບເງິນຈຳນວນ 8,185 ຕື້ດົງ
ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ໄດ້ດຳເນີນການປຸກລະດົມ ເພື່ອສະໜັບສະໜູນກອງທຶນວັກຊີນກັນ COVID-19 ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ໄດ້ດຳເນີນການປຸກລະດົມ ເພື່ອສະໜັບສະໜູນກອງທຶນວັກຊີນກັນ COVID-19

ປີນີ້, ການແຂ່ງຂັນໄດ້ຈັດຂຶ້ນ ເພື່ອລະດົມທຶນສະໜັບສະໜູນການຕໍ່ສູ້ກັບພະຍາດໂຄວິດ -19 ຢູ່ຫວຽດນາມ. ມີ 8 ສະໂມສອນສາຍແຂງຂອງສະມາຄົມນັກສຶກສາຫວຽດນາມຢູ່ແບນຊິກ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງ ຄື: ຝຣັ່ງ ແລະ ໂຮນລັງ ໄດ້ເຂົ້າຮ່ວມການແຂ່ງຂັນດັ່ງກ່າວ.

ການແຂ່ງຂັນກິລາເຕະບານນັກສຶກສາຫວຽດນາມ ເພື່ອສະໜັບສະໜູນກອງທຶນວັກຊີນກັນພະຍາດໂຄວິດ -19
ການແຂ່ງຂັນກິລາເຕະບານນັກສຶກສາຫວຽດນາມ ເພື່ອສະໜັບສະໜູນກອງທຶນວັກຊີນກັນພະຍາດໂຄວິດ -19.

ນີ້ແມ່ນສະຖານທີ່ແລກປ່ຽນກິລາ, ຊ່ວຍເຮັດໃຫ້ສຸຂະພາບແຂງແຮງ ແລະ ຍົກສູງຈິດໃຈຝຶກຝົນຫຼໍ່ຫຼອມຂອງນັກສຶກສາຫວຽດນາມ ແລະ ນັກສຶກສາຕ່າງປະເທດ, ພ້ອມທັງແມ່ນໂອກາດ ເພື່ອແລກປ່ຽນດ້ານວັດທະນະທຳຂອງນັກສຶກສາຫວຽດນາມຢູ່ແບນຊິກ ກັບຊາວຫວຽດນາມຢູ່ຕ່າງປະເທດ ແລະ ນັກສຶກສາຫວຽດນາມທີ່ພວມຮໍ່າຮຽນ ແລະ ເຮັດວຽກຢູ່ປະເທດອື່ນໆໃນເອີຣົບ.

ຫຼັງຈາກການແຂ່ງຂັນເປັນເວລາໜຶ່ງມື້, ໄຊຊະນະເປັນຂອງທີມ Amsterdam 1. ການແຂ່ງຂັນໄດ້ລະດົມທຶນຫຼາຍກວ່າ 2,000 ເອີໂຣ ເພື່ອສະໜັບສະໜູນກອງທຶນວັກຊິນກັນພະຍາດ COVID-19.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-11060.html

In bài biết