ມຸ່ງໄປເຖິງການຮ່ວມມືກ່ຽວກັບພະລັງງານຜະລິດຄືນໃໝ່ ແລະ ພັດທະນາແບບຍືນຍົງ ລະຫວ່າງ ຫວຽດນາມ ແລະ ໂອຕາລິດ
ເພີ່ມທະວີການຮ່ວມມືສອງຝ່າຍ ລະຫວ່າງ ຫວຽດນາມ ແລະ ລາວ | |
ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າຂົນຂວາຍລັດຖະບານບັນດາປະເທດ ແລະ ບັນດາບໍລິສັດຜະລິດ ຂາຍວັກຊິນໃຫ້ແກ່ຫວຽດນາມ ແລະ ຍູ້ໄວການສົ່ງວັກຊິນໃຫ້ແກ່ຫວຽດນາມ |
ໃນລາຍການເຄື່ອນໄຫວຢູ່ ເອີຣົບ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມປະທານລັດຖະສະພາສາກົນ ຄັ້ງທີ 5 (WCSP5) ຢູ່ ສາທາລະນະລັດ ໂອຕາລິດ, ຕອນບ່າຍວັນທີ 07 ກັນຍາ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໄດ້ມີການເຮັດວຽກກັບທ່ານ Magnus Brunner, ລັດຖະມົນຕີກະຊວງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ພະລັງງານ, ປະດິດຄິດສ້າງ ແລະ ເຕັກໂນໂລຢີ ໂອຕາລິດ.
![]() |
ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ແລະ ທ່ານ Magnus Brunner, ລັດຖະມົນຕີກະຊວງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ພະລັງງານ, ປະດິດຄິດສ້າງ ແລະ ເຕັກໂນໂລຢີ ໂອຕາລິດ. ພາບ: TTXVN |
ທີ່ການເຮັດວຽກ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໄດ້ສະແດງຄວາມປາດຖະໜາວ່າ ທ່ານລັດຖະມົນຕີ Magnus Brunner ຈະສະໜັບສະໜູນການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ (EVIPA) ໃນໄວໆນີ້.
ຕາມ ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ແລ້ວ, ຫວຽດນາມ ປາດຖະໜາວ່າຢາກຊຸກຍູ້ການຮ່ວມມືກັບ ໂອຕາລິດ ໃນຂົງເຂດພະລັງງານ, ພິເສດແມ່ນພະລັງງານຜະລິດຄືນໃໝ່ ແລະ ການພັດທະນາແບບຍືນຍົງ; ສະເໜີໃຫ້ ໂອຕາລິດ ແບ່ງປັນບົດຮຽນປະສົບການ, ຂໍ້ມູນຂ່າວສານ, ບັນດາມາດຕະການເຕັກໂນໂລຢີໃນຂົງເຂດສົ່ງໄຟຟ້າ ແລະ ບຳລຸງສ້າງການພັດທະນາແຫຼ່ງຊັບພະຍາກອນມະນຸດໃນຂົງເຂດພະລັງງານ.
ສ່ວນ ທ່ານລັດຖະມົນຕີ Magnus Brunner ມີຄວາມເຫັນດີເປັນເອກະພາບຕໍ່ການສະເໜີຂອງທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ກ່ຽວກັບບັນດາເນື້ອໃນຮ່ວມມື, ພ້ອມທັງຢັ້ງຢືນວ່າ ຈະສະໜັບສະໜູນການຊຸກຍູ້ວິວັດທະນາການໃຫ້ສັດຕະຍາບັນສັນຍາ EVIPA.
ແລະທີ່ການເຮັດວຽກ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ກໍ່ໄດ້ສະເໜີໃຫ້ທ່ານລັດຖະມົນຕີ Magnus Brunner ໃນຖານະເປັນສະມາຊິກພາຍໃນ ຈະຊ່ວຍໃຫ້ການຊຸກຍູ້ລັດຖະບານສະຫະພັນໂອຕາລິດ
ເພື່ອໜູນຊ່ວຍດ້ານວັກຊີນ COVID-19 ແລະອຸປະກອນການແພດ, ຊ່ວຍຫວຽດນາມ ຮັບມືຕໍ່ກັບການລະບາດຂອງພະຍາດຢ່າງມີປະສິດທິຜົນ
ການເດີນທາງປະຕິບັດງານຢູ່ ເອີລົບ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ແມ່ນການ ຢ້ຽມຢາມ ແລະ ເຮັດວຽກເປັນຄັ້ງທຳອິດຂອງການນຳຫຼັກແຫຼ່ງຂອງພັກ, ລັດຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະ ສິ້ນສຸດກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ດ້ວຍເລື່ອງບູລະນະບຸກຄະລາກອນຂັ້ນສູງຂອງກົງຈັກລັດໃຫ້ສົມບູນແບບ. ນີ້ແມ່ນການເຄື່ອນໄຫວການທູດລັດຖະສະພາໂດຍກົງຄັ້ງທຳອິດນັບແຕ່ຕົ້ນປີ 2021 ຂອງສະພາແຫ່ງຊາດ.
ໄຊພອນ