14:13 | 03/09/2021

ວັກ​ຊິ​ນ​ກັນ​ພະ​ຍາດ​ໂຄວິດ - 19 AstraZeneca ຈຳ​ນວນກວ່າ 2 ລ້ານ​ໂດ​ສ​ ໄດ້​ສົ່ງມາ​ຮອດ ຫວຽດ​ນາມ ຕື່ມ​ອີກ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຟ້​າມ​ບິ່ງ​ມິນ ເຂົ້າ​ຮ່ວມ​ພິ​ທ​ີ​ປະ​ກາດ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ການ​ອະ​ໄພ​ຍະ​ໂທດ ຢູ່ ຖ໊າຍງວຽນ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຟ້​າມ​ບິ່ງ​ມິນ ເຂົ້າ​ຮ່ວມ​ພິ​ທ​ີ​ປະ​ກາດ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ການ​ອະ​ໄພ​ຍະ​ໂທດ ຢູ່ ຖ໊າຍງວຽນ
ສື່ມວນຊົນລາວ ອວນພອນວັນຊາດຫວຽດນາມ ທີ 2 ກັນຍາ ສື່ມວນຊົນລາວ ອວນພອນວັນຊາດຫວຽດນາມ ທີ 2 ກັນຍາ
undefined
ຕອນເຊົ້າວັນທີ 01 ກັນຍາ, ວັກຊິນກັນພະຍາດໂຄວິດ - 19 AstraZeneca ຈຳນວນກວ່າ 2 ລ້ານໂດສ ໄດ້ສົ່ງມາຮອດສະໜາມບິນ ເຕິນເຊີນເຍິດ (ພາບ: VOV)

ປັດຈຸບັນ, ສັນຍາຂອງບໍລິສັດ VNVC ໄດ້ນຳວັກຊິນ AstraZeneca ກວ່າ 10 ລ້ານໂດສ ມາໃຫ້ ຫວຽດນາມ. ຈຳນວນວັກຊິນດັ່ງກ່າວຈະມອບໃຫ້ກະຊວງສາທາລະສຸກ ເພື່ອຮັບໃຊ້ຄວາມຕ້ອງການສັກວັກຊິນໃຫ້ແກ່ປະຊາຊົນໄດ້ຢ່າງທັນການ.

ຕາມທ່ານ Nitin Kapoor, ປະທານ ທັງເປັນຜູ້ອຳນວຍການໃຫຍ່ ບໍລິສັດ AstraZeneca ຫວຽດນາມ ແລະ ບັນດາຕະຫຼາດ ອາຊີ ທີ່ຫາກໍພົ້ນເດັ່ນແລ້ວ, AstraZeneca ຈະສືບຕໍ່ສະໜອງວັກຊິນໃຫ້ ຫວຽດນາມ ຢ່າງວ່ອງໄວທີ່ສຸດເທົ່າທີ່ໄວໄດ້ ເພື່ອດັບມອບໂລກລະບາດໂດຍໄວ ແລະ ປະຊາຊົນຈະໄດ້ກັບຄືນສູ່ການດຳລົງຊີວິດເປັນປົກກະຕິ.

ໄລ່ຮອດວັນທີ 01 ກັນຍາ, ຈຳນວນວັກຊິນທັງໝົດຈາກແຫຼ່ງຕ່າງໆ ເຊິ່ງ ຫວຽດນາມ ໄດ້ ແລະ ຈະໄດ້ຮັບ ແມ່ນເກືອບ 29,5 ລ້ານໂດສ. ປັດຈຸບັນ, ທົ່ວປະເທດໄດ້ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ປະຊາຊົນໄດ້ເກືອບ 20 ລ້ານເຂັມ.

Link: https://huunghivietlao.thoidai.com.vn/detail-article-10966.html

In bài biết