16:30 | 30/08/2021

ADB ໃຫ້ການຊ່ວຍເຫຼືອ 60 ລ້ານໂດລາສະຫະລັດ ເພື່ອປັບປຸງພື້ນຖານໂຄງລ່າງໃນເຂດຊົນເຜົ່າສ່ວນໜ້ອຍ ຢູ່ຫວຽດນາມ

ວົງເງິນການສົ່ງອອກຂອງຫວຽດນາມ ໄປຍັງອັງກິດ ບັນລຸເກືອບ 600 ລ້ານໂດລາສະຫະລັດ ວົງເງິນການສົ່ງອອກຂອງຫວຽດນາມ ໄປຍັງອັງກິດ ບັນລຸເກືອບ 600 ລ້ານໂດລາສະຫະລັດ
ທະນາຄານ ADB ຍູ້ແຮງການຮ່ວມມືກັບນະຄອນ ໂຮ່ຈິ້ມິນ ທະນາຄານ ADB ຍູ້ແຮງການຮ່ວມມືກັບນະຄອນ ໂຮ່ຈິ້ມິນ

ທະນາຄານພັດທະນາອາຊີ (ADB) ຫາກໍ່ອະນຸມັດບ້ວງເງິນກູ້ຢືມ 58 ລ້ານໂດລາສະຫະລັດ ແລະ ເງິນຊ່ວຍເຫຼືອລ້າ 2 ລ້ານໂດລາສະຫະລັດ ຈາກກອງທຶນເຕັກໂນໂລຢີຂັ້ນສູງ ຂອງ ADB ເພື່ອຈັດຕັ້ງປະຕິບັດໂຄງການພື້ນຖານໂຄງລ່າງໃຫ້ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ ສຳລັບຊົນເຜົ່າສ່ວນໜ້ອຍ ຢູ່ໃນສອງແຂວງບີ່ງດີ້ງ ແລະ ກ໋ວາງນາມ...

ADB ໃຫ້ການຊ່ວຍເຫຼືອ 60 ລ້ານໂດລາສະຫະລັດ ເພື່ອປັບປຸງພື້ນຖານໂຄງລ່າງໃນເຂດຊົນເຜົ່າສ່ວນໜ້ອຍ ຢູ່ຫວຽດນາມ
ແຂວງບິ່ງດິ້ງປະສົບກັບຜົນກະທົບຫຼາຍຢ່າງ ຈາກໄພພິບັດທາງທຳມະຊາດ ໃນປີ 2020

ໂຄງການດັ່ງກ່າວມີຈຸດປະສົງ ເພື່ອປັບປຸງຊີວິດການເປັນຢູ່ຂອງຊຸມຊົນຊົນເຜົ່າສ່ວນໜ້ອຍ ໃນເຂດຫ່າງໄກສອກຫຼີກ. ໂຄງການດັ່ງກ່າວ ຈະເຊື່ອມຕໍ່ກັບບັນດາສະຖານທີ່ຜະລິດຢູ່ເຂດຊົນນະບົດ, ເຂດຫ່າງໄກສອກຫຼີກກັບບັນດາຕະຫຼາດ ແລະ ຮາກຖານປຸງແຕ່ງພືດໄດ້ດີກວ່າ, ແລະ ເພີ່ມທະວີຄວາມສາມາດໃນການເຂົ້າເຖິງ ຂອງຜູ້ຊົມໃຊ້ຜົນປະໂຫຍດກັບການບໍລິການດ້ານສຸຂະພາບ, ການສຶກສາ ແລະ ຕະຫຼາດ.

ໂຄງການຍັງເປີດກວ້າງຄວາມສາມາດໃນການເຂົ້າເຖິງແຫຼ່ງສະໜອງນໍ້າສະອາດ ແລະ ການຕໍ່ນ້ຳເຂົ້າ ແລະ ລະບາຍອອກ. ຄາດວ່າ ຈະມີປະມານ 243,000 ຄົນ, ໃນນັ້ນມີ 126,300 ຄົນແມ່ນກຸ່ມຊົນເຜົ່າສ່ວນໜ້ອຍ ຈະໄດ້ຊົມໃຊ້ຜົນປະໂຫຍດຈາກໂຄງການນີ້.

ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ຖືກຜົນສະທ້ອນຫຼາຍທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ. ຄາດວ່າ ໃນແຕ່ລະປີ ຫວຽດນາມສູນເສຍລາຍຮັບສະເລ່ຍ 2.37 ຕື້ໂດລາສະຫະລັດ ຍ້ອນໄພພິບັດທາງທຳມະຊາດ, ໂດຍສະເພາະແມ່ນ ໄພນ້ຳຖ້ວມ, ໃນນັ້ນແຂວງບິ່ງດິ້ງ ແລະ ກວ໋າງນາມແມ່ນໜຶ່ງໃນບັນດາແຂວງທີ່ໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-10898.html

In bài biết