16:30 | 25/08/2021

ພິທີມອບຫຼຽນກາລະນຶກ ໃຫ້ຜູ້ຕາງໜ້າອົງການ UNESCO ປະຈຳຫວຽດນາມ

ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 200.000 ໂດ​ສ ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີ​ນ ມອບ​ໃຫ້ ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 200.000 ໂດ​ສ ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີ​ນ ມອບ​ໃຫ້
ພິທີມອບຫຼຽນກາ, ຫຼຽນໄຊຂອງລັດຖະບານຫວຽດນາມ ໃຫ້ແກ່ບັນດາໝູ່ຄະນະ ແລະ ບຸກຄົນຂອງສະພາແຫ່ງຊາດ ສປປ.ລາວ ພິທີມອບຫຼຽນກາ, ຫຼຽນໄຊຂອງລັດຖະບານຫວຽດນາມ ໃຫ້ແກ່ບັນດາໝູ່ຄະນະ ແລະ ບຸກຄົນຂອງສະພາແຫ່ງຊາດ ສປປ.ລາວ

ນີ້ແມ່ນການຮັບຮູ້ບັນດາການປະກອບສ່ວນຂອງທ່ານ Michael Croft ໃນວິວັດການພັດທະນາສາຍພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ UNESCO, ສະໜັບສະໜູນການອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທໍາຢູ່ຫວຽດນາມ.

ໂດຍສະແດງຄວາມຕື້ນຕັນໃຈ ສຳຫຼັບຄວາມຮູ້ສຶກອັນຈິງໃຈ ແລະ ຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງຜູ້ນໍາກະຊວງວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວ, ທ່ານ Michael Croft ກ່າວວ່າ ໄລຍະເວລາທີ່ເຮັດວຽກຢູ່ຫວຽດນາມ ທ່ານໄດ້ມີຄວາມຊົງຈໍາຫຼາຍຢ່າງ, ມີຫຼາຍສິ່ງເພື່ອຮຽນຮູ້, ຊ່ວຍໃຫ້ທ່ານມີຄວາມຮູ້ສຶກຢ່າງເລິກເຊິ່ງວ່າ ວັດທະນະທຳ, ມໍລະດົກວັດທະນະທຳ ຍາມໃດກໍ່ມີບົດບາດສຳຄັນພິເສດໃນການພັດທະນາຂອງຫວຽດນາມ.

ພິທີມອບຫຼຽນກາລະນຶກ ໃຫ້ຜູ້ຕາງໜ້າອົງການ UNESCO ປະຈຳຫວຽດນາມ
ພິທີມອບຫຼຽນກາລະນຶກ ໃຫ້ຜູ້ຕາງໜ້າອົງການ UNESCO ປະຈຳຫວຽດນາມ.

ທ່ານຫົວໜ້າຜູ້ຕາງໜ້າອົງການ UNESCO ປະຈຳຫວຽດນາມ ກ່າວວ່າ: "ຫວຽດນາມ ແລະ ວັດທະນະທຳຫວຽດນາມ ມີບົດບາດນັບມື້ນັບໂດດເດັ່ນຢູ່ໃນພາກພື້ນ ແລະ ໃນໂລກ, ດ້ວຍທ່າແຮງບົ່ມຊ້ອນຫຼາຍຢ່າງໃນການພັດທະນາ. ນີ້ແມ່ນໂອກາດ ເພື່ອໃຫ້ຫວຽດນາມຍູ້ແຮງການພັດທະນາບັນດາຂະແໜງການອຸດສາຫະກຳວັດທະນະທຳ".

ທ່ານ Michael Croft ຍັງໄດ້ແບ່ງປັນຄວາມປະທັບໃຈຂອງຕົນ ໃນວິວັດການໃຫ້ຄໍາປຶກສາ ຮ່າໂນ້ຍ ເພື່ອສ້າງໂປຣໄຟລ ເຂົ້າຮ່ວມເຄືອຂ່າຍບັນດານະຄອນປະດິດສ້າງຂອງ UNESCO ແລະເນັ້ນວ່າ ນີ້ຈະເປັນກໍາລັງແຮງຊຸກຍູ້ການພັດທະນາຂອງຮ່າໂນ້ຍເວົ້າລວມ ແລະ ຂະແໜງວັດທະນະທຳເວົ້າສະເພາະ; ພ້ອມກັນນັ້ນ, ກໍ່ແຜ່ກະຈາຍພື້ນທີ່ແຫ່ງຄວາມປະຄິດສ້າງໄປທົ່ວທຸກພາກຂອງຫວຽດນາມໃນອະນາຄົດ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-10816.html

In bài biết