ຈິດຕະກອນຍິງ ຊາວຫວຽດນາມແຜ່ກະຈາຍບັນຫາທາດພິດສີສົ້ມ ຢູ່ ຫວຽດນມ ໄປຍັງມວນຊົນຝລັ່ງ
![]() |
| ຈິດຕະກອນຍິງ ຊາວຫວຽດນາມນາງ ຫວໍເຈິມແອັງ (ພາບ: TTXVN) |
ນາງ ຫວໍເຈິມແອັງ ໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ຝລັ່ງ, ແຕ່ເມື່ອຊອກຮູ້ກ່ຽວກັບບັນຫາທາດພິດສີສົ້ມ ຢູ່ ຫວຽດນາມ ຜ່ານສື່ມວນຊົນ ນາງໄດ້ຕັດສິນໃຈສ່ອງແສງທຸກສິ່ງທຸກສະພາບກ່ຽວກັບທາດພິດສີສົ້ມຜ່ານພາບແຕ້ມ 10 ພາບ.
ຈິດຕະກອນຍິງໜຸ່ມ ເຈິມແອັງ ໄດ້ວາດພາບໄພພິບັດທາດພິດສີສົ້ມ ໃນໄລຍະສົງຄາມຢູ່ ຫວຽດນາມ, ບັນດາເຂດດິນແດນທີ່ຖືກທຳລາຍ, ບັນດາຜູ້ປະສົບເຄາະຮ້າຍທີ່ມີຄວາມເຈັບປວດໃນຕົວເອງ ດ້ວຍຮູບຄີງທີ່ແປກປະຫຼາດ, ບັນດາບັ້ນຕໍ່ສູ້ຍາດເອົາຄວາມຍຸຕິທຳ ແລະ ການຮ່ວມແຮງຮ່ວມໃຈ, ໜູນຊ່ວຍຂອງເພື່ອນມິດຝລັ່ງ ແລະ ຊາວຫວຽດາມ ອາໄສຢູ່ຕ່າງປະເທດ ເພື່ອບັນເທົາຄວາມເຈັບປວດຈາກທາດພິດສີສົ້ມ.
ຜ່ານງານວາງສະແດງຂອງຕົນ, ເຈິມແອັງ ກໍ່ແນະນຳບັນດາໂຄງການສິນເຊື່ອຂະໜາດນ້ອຍທີ່ໄດ້ຮັບການຜັນຂະຫຍາຍ ແນໃສ່ຊ່ວຍເຫຼືອບັນດາຄອບຄົວພິການຢູ່ເຂດຖືກຜົນກະທົບຈາກທາດພິດສີສົ້ມຂອງ ກ໋ວາງບິ່ງ ດ້ວຍການເຂົ້າຮ່ວມຂອງບັນດາສະມາຊິກຄະນະຊາວໜຸ່ມຫວຽດນາມ ຢູ່ ຝລັ່ງ (UJVF), Zebunet, FORIM.
ມວນຊົນພາຍໃນປະເທດ ແລະ ໃນໂລກທີ່ມີຄວາມຕ້ອງການຮັບຊົມງານວາງສະແດງຜ່ານອິນເຕີເນັດ, ນັບແຕ່ນີ້ຮອດວັນທີ 18 ກັນຍາ ສາມາດຕິດຕໍ່ກັບຄະນະຈັດຕັ້ງຜ່ານ ອີເມວ [email protected], ຫຼືສົ່ງຂໍ້ຄວາມມາຍັງເບີໂທລະສັບ+33 6 84 01 83 05, ຫຼືຮັບຊົມໂດຍກົງຢູ່ສຳນັກງານ UGVF ເຮືອນເລກທີ 18 ຖະໜົນ Petit Musc, ເມືອງ 4 (ປາຣີ).
ຢູ່ຝລັ່ງ, ໃນຫຼາຍປີມານີ້, ບັນດາສະມາຄົມຄື: UGVF, UJVF, ສະມາຄົມມິດຕະພາບ ຝລັ່ງ - ຫວຽດນາມ, Collectif Vietnam Dioxine…ກໍ່ໄດ້ຈັດຕັ້ງການເຄື່ອນໄຫວທີ່ແທດຈິງຫຼາຍຢ່າງ ເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ ຫວຽດນາມ, ສະໜັບສະໜູນບັ້ນຕໍ່ສູ້ຮຽກຮ້ອງຄວາມຍຸຕິທຳຂອງບັນດາຜູ້ປະສົບເຄາະຮ້າຍ ໃນນັ້ນມີເຫດຮ້ອງຟ້ອງຂອງ ທ່ານນາງ ເຈິ່ນໂຕ໊ງາ, ຊາວຫວຽດນາມ ອາໄສຢູ່ຝລັ່ງ, ໂດຍແມ່ນຜູ້ປະສົບເຄາະຮ້າຍຈາກທິດພິດສີສົ້ມ, ຮ້ອງຟ້ອງ ບໍລິສັດເຄມີ 26 ແຫ່ງ ທີ່ໄດ້ສະໜອງຢາຂ້າພຶດ (ຢາຂ້າຫຍ້າ) ໃຫ້ແກ່ກອງທັບ ອາເມລິກາ ໃນຍຸກສົງຄາມ.
| ຕາມຕົວເລກສະຖິຕິທີ່ຍັງບໍ່ທັນຄົບຖ້ວນ, ປັດຈຸບັນ ຫວຽດນາມ ມີຜູ້ປະສົບເຄາະຮ້າຍ 75.000 ຄົນ ເຊິ່ງແມ່ນລຸ້ນຄົນທີ 2, ແລະ ຜູ້ປະສົບເຄາະຮ້າຍ 35.000 ຄົນແມ່ນລຸ້ນຄົນທີ 3, ຜ່ານການສຳຫຼວດຢູ່ບາງທ້ອງຖິ່ນ, ຜົນຮ້າຍຈາກທາດພິດສີສົ້ມໄດ້ສືບກຳມະພັນໄປຍັງລຸ້ນຄົນທີ 4. ຢູ່ຫຼາຍແຂວງຂອງ ຫວຽດນາມ, ໃນຈຳນວນຜູ້ປະສົບເຄາະຮ້າຍ, ມີເຄິ່ງໜຶ່ງແມ່ນສາມັນຊົນ (ກອມຕູມ, ກ໋ວາງນາມ, ກ໋ວາງງ໋າຍ, ອັດຕາສາມັນຊົນເມື່ອທຽບໃສ່ກັບຍອດຈຳນວນຜູ້ປະສົບເຄາະຮ້າຍ ແມ່ນມີເຖິງ 70,7%, 75,4%, 67,9%); 85% ແມ່ນຄອບຄົວທີ່ມີຜູ້ປະສົບເຄາະຮ້າຍທີ່ມີແຕ່ 2 ຄົນຂຶ້ນໄປ ແລະ 3% ແມ່ນຈຳນວນຄອບຄົວທີ່ມີຜູ້ປະສົບເຄາະຮ້າຍ 5 ຄົນຂຶ້ນໄປ. |
ບຸນຄົງ
