06:07 | 09/08/2021

ການຢ້ຽມຢາມ ​ຂອງທ່ານ ຫງວຽນຊວນຟຸກ ປະທານປະເທດ ຫວຽດນາມ ມີຄວາມໝາຍສຳຄັນໃນການພົວພັນລະຫ່າງສອງປະເທດ ຫວຽດນາມ - ລາວ

ທ່ານປະທານປະເທດ ຫງວຽນຊວນຟຸກ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ທ່ານປະທານປະເທດ ຫງວຽນຊວນຟຸກ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ
ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ພົບປະເຈລະຈາກັບ ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ພົບປະເຈລະຈາກັບ ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ
ການຢ້ຽມຢາມ ​ຂອງທ່ານ ຫງວຽນຊວນຟຸກ ປະທານປະເທດ ຫວຽດນາມ ມີຄວາມໝາຍສຳຄັນໃນການພົວພັນລະຫ່າງສອງປະເທດ ຫວຽດນາມ - ລາວ
ທ່ານ ຫງວຽນຊວນຟຸກ ປະທານປະເທດ ຫວຽດນາມ ແລະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ. ພາບ: TTXVN

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ພ້ອມກັບພັນລະຍາ, ທ່ານ ຫງວຽນຊວນຟຸກ ປະທານປະເທດ ຫວຽດນາມ ແລະ ພັນລະຍາ ໄດ້ເດີນທາງໄປຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 9 – 10 ສິງຫາ 2021. ນີ້ແມ່ນການຢ້ຽມຢາມຕ່າງປະເທດເປັນຄັ້ງທຳອິດ ຢ່າງເປັນທາງການ ຂອງການນຳຂັ້ນສູງພັກ, ລັດ ຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ.

ຄາດວ່າພາຍໃນຂອບການຢ້ຽມຢາມ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດ​ນາມ ຈະມີການໂອ້​ລົມເຈລະຈາກັບ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ, ພົບປະກັບ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ສປປ ລາວ ແລະ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ... ໃນການ​ໂອ້​ລົ​ມເຈລະຈາ, ການພົບປະໃນຄັ້ງນີ້, ສອງຝ່າຍຈະ​ແ​ລກ​ປ່ຽນປຶກສາຫາລືບັນດາມາດຕະການ ເພື່ອນຳການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ​ແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ - ລາວ ​ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທ້ຈິງ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນຂອງສອງປະເທດ.

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ, ທ່ານ ຫງວຽນບາຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ຖືວ່າ ສາຍພົວພັນລະຫວ່າງ ຫວຽດນາມ - ລາວ ນັບມື້ນັບໄດ້ຮັບການພັດທະນາໃນສະໄໝໃໝ່. ຫວຽດນາມຄວນສືບຕໍ່ປະຕິບັດການເພີ່ມທະວີການພົວພັນໃຫ້ດີກ່ວາອີກ ແລະ ການຮ່ວມມືຢ່າງສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ພິເສດແມ່ນລະຫວ່າງ ພັກກອມມູນິດ ຫວຽດນາມ ກັບພັກປະຊາຊົນປະຕິວັດ ລາວ, ການພົວພັນໃນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເພື່ອປັບປຸງໃຫ້ກາຍເປັນເສົາຄ້ຳໝັ້ນແກ່ນກ່ວາອີກ.

ພ້ອມທັງສອງຝ່າຍສຸມໃສ່ຢ່າງແຮງກ່ວາອີກເຂົ້າໃນສອງບັນຫາໃຫຍ່. ນັ້ນແມ່ນຍົກລະດັບການພົວພັນເສດຖະກິດ - ການຄ້າ - ການລົງທຶນ ທີ່ເໝາະສົມກັບການພົວພັນດ້ານການເມືອງ - ການຕ່າງປະເທດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຍູ້ແຮງວຽກງານການສຶກສາ, ເຜີຍແຜ່ໂຄສະນາ ໃຫ້ແກ່ປະຊາຊົນສອງປະເທດ, ພິເສດແມ່ນລຸ້ນໜຸ່ມ, ກ່ຽວກັບມູນເຊື້ອ, ຄວາມໝາຍຍຸດທະສາດ ແລະ ຄວາມສຳຄັນພິເສດຂອງການພົວພັນ ລະຫວ່າງ ຫວຽດນາມ - ລາວ.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-10625.html

In bài biết