14:38 | 08/07/2021

ແຂວງຄໍາມ່ວນ ຮ່ວມແຮງຮ່ວມໃຈໜູນຊ່ວຍແຂວງຮ່າຕີ໋ງ ປ້ອງກັນ, ຕ້ານພະຍາດໂຄວິດ-19

ຊາວຫວຽດນາມຢູ່ອາເມລິກາຮ່ວມແຮງຮ່ວມໃຈພ້ອມກັບພໍ່ແມ່ປະຊາຊົນພາຍໃນປະເທດ ປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ Covid-19 ຊາວຫວຽດນາມຢູ່ອາເມລິກາຮ່ວມແຮງຮ່ວມໃຈພ້ອມກັບພໍ່ແມ່ປະຊາຊົນພາຍໃນປະເທດ ປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ Covid-19
ລາວ ໜູນຊ່ວຍຫວຽດນາມ ປ້ອງກັນ, ຕ້ານພະຍາດໂຄວິດ-19 ລາວ ໜູນຊ່ວຍຫວຽດນາມ ປ້ອງກັນ, ຕ້ານພະຍາດໂຄວິດ-19
ແຂວງຄໍາມ່ວນ ຮ່ວມແຮງຮ່ວມໃຈໜູນຊ່ວຍແຂວງຮ່າຕີ໋ງ ປ້ອງກັນ, ຕ້ານພະຍາດໂຄວິດ-19
ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ ມອບຂອງຂວັນໜູນຊ່ວຍແຂວງຮ່າຕີ໋ງ ປ້ອງກັນ, ຕ້ານພະຍາດໂຄວິດ-19. ພາບ: ບ໊າເຕິນ.

ທີ່ພິທີມອບ-ຮັບ, ແບ່ງປັນຄວາມຫຍຸ້ງຍາກຂອງແຂວງຮ່າຕີ໋ງ ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນໄລຍະຜ່ານມາ, ທ່ານ ບຸນມີ ພິມມະສອນ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ອົງຄະນະພັກ, ອຳນາດການປົກຄອງແຂວງຮ່າຕີ໋ງ ຈະສືບຕໍ່ເສີມຂະຫຍາຍຈິດໃຈສາມັກຄີ, ຮັກແພງຊ່ວຍເຫຼືອກັນ ແລະມີມາດຕະການທີ່ມີປະສິດທິຜົນເພື່ອຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປໂດຍໄວ.

ຕາງໜ້າອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງຮ່າຕີ໋ງ, ທ່ານ ເຈິ່ນແອັງຕູ໊ ຮອງປະທານຜູ້ປະຈໍາການສະພາປະຊາຊົນແຂວງຮ່າຕີ໋ງ ສະແດງຄວາມຂອບໃຈຕໍ່ອາລົມຈິດອັນດີງາມຂອງປະຊາຊົນແຂວງຄຳມ່ວນ ທີ່ມີຕໍ່ແຂວງຮ່າຕີ໋ງ ໃນໄລຍະຜ່ານມາ. ເຖິງວ່າແຂວງຄຳມ່ວນ ແລະປະເທດລາວ ກໍ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ດ້ວຍຈິດໃຈແບ່ງທຸກແບ່ງສຸກ, ອົງຄະນະພັກ, ອົງການປົກຄອງ ແລະປະຊາຊົນແຂວງຄຳມ່ວນ ໄດ້ສະຫງວນອາລົມຈິດອັນດີງງາມໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງຮ່າຕີ໋ງ. ນີ້ແມ່ນການລະດົມກໍາລັງໃຈອັນໃຫຍ່ຫຼວງຊ່ວຍອົງການປົກຄອງ ແລະປະຊາຊົນແຂວງຮ່າຕີ໋ງ ຍູ້ພະຍາດໂຄວິດ-19 ຖອຍໄປໂດຍໄວ.

Link: https://huunghivietlao.thoidai.com.vn/detail-article-10343.html

In bài biết