17:41 | 07/07/2021

ກົມໃຫຍ່ການທ່ອງທ່ຽວ ສົມທົບ ກັບບໍລິສັດ La Vie ຈຳກັດ ເປີດຕົວ“ 100 ສິ່ງມະຫັດສະຈັນທາງທຳມະຊາດຂອງຫວຽດນາມ”

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວັນລິກ ມີການພົບປະສອງຝ່າຍຢູ່ນອກກອບກອງປະຊຸມ Shangri – La ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວັນລິກ ມີການພົບປະສອງຝ່າຍຢູ່ນອກກອບກອງປະຊຸມ Shangri – La
ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ ຫວຽດ​ນາມ​ ເຂົ້າ​ຮ່ວມກອງ​ປະ​ຊຸມ Shangri – La ຢູ່​ ສິງ​ກະ​ໂປ ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ ຫວຽດ​ນາມ​ ເຂົ້າ​ຮ່ວມກອງ​ປະ​ຊຸມ Shangri – La ຢູ່​ ສິງ​ກະ​ໂປ
ພາບປະກອບ
ພາບປະກອບ

ຂໍ້ລິເລີ່ມດັ່ງກ່າວແມ່ນຄັ້ງທຳອິດທີ່ກົມໃຫຍ່ການທ່ອງທ່ຽວໄດ້ຮ່ວມມືກັບ ບໍລິສັດ La Vie ຈຳກັດ ເພື່ອໂຄສະນາຄວາມງາມຂອງສິ່ງມະຫັດສະຈັນທາງທຳມະຊາດຂອງຫວຽດນາມ ໃຫ້ແກ່ປະຊາຊົນ, ນັກທ່ອງທ່ຽວເປັນຈຳນວນຫລວງຫລາຍ, ປະກອບສ່ວນໃນການໂຄສະນາເຜີຍແຜ່ຄວາມຮັກທີ່ມີຕໍ່ບ້ານເກີດເມືອງນອນ.

100 ສິ່ງມະຫັດສະຈັນທາງທຳມະຊາດຂອງຫວຽດນາມ ໂດຍກົມໃຫຍ່ການທ່ອງທ່ຽວ ແລະ ບໍລິສັດ La Vie ຈຳກັດ ເລືອກເຟັ້ນແມ່ນບັນດາທັດສະນີຍະພາບທີ່ມີຊື່ສຽງເຊິ່ງປະກອບເປັນເຄື່ອງໝາຍການທ່ອງທ່ຽວຂອງຫວຽດນາມເຊັ່ນ: ນ້ຳຕົກຕາດ ບານໂຢກ, ໜອງ ບາເບ, ມໍລະດົກທາງທຳມະຊາດ ແລະ ວັດທະນະທຳໂລກ ຈ່າງອານ, ມໍລະດົກທຳມະຊາດໂລກ ອ່າວຮ້າລອງ, ຖໍ້າເຊີນດ່ອງ, ຖໍ້າ ທຽນເດື່ຶງ, ແກ້ງ ດາເດຍ, ກົນດາວ…

ນັກທ່ອງທ່ຽວຍັງສາມາດສະແກນລະຫັດ QR ທີ່ພິມໃສ່ສະແຕມຂວດນ້ຳ ເພື່ອຊອກຫາຂໍ້ມູນທີ່ໜ້າສົນໃຈກ່ຽວກັບບັນດາທັດສະນີຍະພາບ ແລະ ໄດ້ຕິດຕໍ່ໂດຍກົງກັບເວັບໄຊຂອງກົມໃຫຍ່ການທ່ອງທ່ຽວ: https://vietnamtourism .gov.vn/.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-10338.html

In bài biết