14:54 | 05/07/2021

ຍູ້ແຮງການເຜີຍແຜ່ກົດໝາຍວ່າດ້ວຍຕຳຫຼວດທະເລຫວຽດນາມ

ຫວຽດນາມ ໄດ້ຢັ້ງຢືນທັດສະນະຂອງຕົນ ໃນກອງປະຊຸມບັນດາປະເທດສະມາຊິກ UNCLOS 1982 ຫວຽດນາມ ໄດ້ຢັ້ງຢືນທັດສະນະຂອງຕົນ ໃນກອງປະຊຸມບັນດາປະເທດສະມາຊິກ UNCLOS 1982
ຮຽກຮ້ອງໃຫ້ຝ່າຍຕ່າງໆບໍ່ມີການກະທຳເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ ຮຽກຮ້ອງໃຫ້ຝ່າຍຕ່າງໆບໍ່ມີການກະທຳເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ
ຍູ້ແຮງການເຜີຍແຜ່ກົດໝາຍວ່າດ້ວຍຕຳຫຼວດທະເລຫວຽດນາມ
ພາບ​ປະ​ກອບ: TTXVN

ວັນ​ທີ1 ກໍ​ລະ​ກົດ2019, ກົດ​ໝາຍ​ວ່າ​ດ້ວຍຕຳຫຼວດ​ທະ​ເລຫວຽດ​ນາມມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ. ກົດ​ໝາຍ​ວ່າ​ດ້ວຍ​ຕຳຫຼວດ​ທະ​ເລຫວຽດ​ນາມລວມ​ມີ 8 ພາກ, 41 ມາດ​ຕາ, ຂໍ້​ກຳ​ນົດ​ກ່ຽວ​ກັບ​ທີ່​ຕັ້ງ, ສິດ ແລະ ​ໜ້າ​ທີ່, ການ​ຈັດ​ຕັ້ງແລະການເຄື່ອນ​ໄຫວ​ຂອງ​ຕຳຫຼວດ​ທະ​ເລຫວຽດ​ນາມ, ລະ​ບອບ, ນະ​ໂຍ​ບາຍ​ສຳ​ລັບ​ຕຳຫຼວດ​ທະ​ເລຫວຽດ​ນາມ, ຄວາມ​ຮັບ​ຜິດ​ຊອບ​ຂອງ​ອົງ​ການ, ອົງ​ການ​ຈັດ​ຕັ້ງ, ສ່ວນ​ບຸກ​ຄົນ​ທີ່​ກ່ຽວ​ຂ້ອງ.

ວັນ​ທີ 22 ສິງ​ຫາ 2019, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີໄດ້​ລົງ​ນາມ​ຂໍ້​ຕົກ​ລົງ​ເລກ​ທີ 1059/QD-TTg ຊຶ່ງ​ຮັບ​ຮອງ​ເອົາ​ແຜນ​ຮ່າງ​ການ​ເຜີຍ​ແຜ່​ກົດ​ໝາຍ​ວ່າ​ດ້ວ​ຍ​ຕຳຫຼວດ​ທະ​ເລຫວຽດ​ນາມໄລ​ຍະ2019 – 2023.

ຕາມ​ນັ້ນ​ແລ້ວ, ຕ້ອງເຜີຍແຜ່​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ໃນ​ໂລກແລະໃນ​ພາກ​ພື້ນ​ເຂົ້າ​ໃຈ​ກ່ຽວ​ກັບ​ນະ​ໂຍ​ບາຍ, ກົດ​ໝາຍ​ຄຸ້ມ​ຄອງ, ປົກ​ປັກ​ຮັກ​ສາ​ທະ​ເລ, ໝູ່​ເກາະ​ຂອງຫວຽດ​ນາມແລະກົດ​ໝາຍວ່າ​ດ້ວຍ​ຕຳຫຼວດທະ​ເລຫວຽດ​ນາມຢ່າງ​ຄົບ​ຖ້ວນແລະຖື​ກ​ຕ້ອງ​ກ່​ວາອີກ, ສ້າງ​​ພາບ​ພົດ ຫວຽດ​ນາມ ແມ່ນ​ປະ​ເທດ​ທີ່​ຮັ​ກ​ຫອມ​ສັນ​ຕິ​ພາບ, ເປັນສະ​ມາ​ຊິກ​ຂອງ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982, ມີ​ຄວາມ​ຮອບ​ຜິດ​ຊອບ, ຍາມ​ໃດ​ກໍ່​ເຄົາ​ລົບ, ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນຢ່າງ​ເຂັ້ມ​ງວດແລະພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ຮ່ວມ, ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຮັກ​ສາ​ເຂດ​ທະ​ເລ​ທີ່​ມີ​ສະ​ຖຽນ​ລະ​ພາບ, ສັນ​ຕິ​ພາບ, ເຊື່ອມ​ໂຍງແລະພັດ​ທະ​ນາ​ແບບ​ຍືນ​ຍົງ...

ເພື່ອ​ປະ​ກອບ​ສ່ວນ​ຜັນ​ຂະ​ຫຍາຍ​ແຜ່​ນ​ຮ່າງ​ດັ່ງ​ກ່າວ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຢ່າງ​ມີ​ປະ​ສິ​ດ​ທິ​ຜົນ, ຫວ່າງ​ແລ້ວນີ້ກະ​ຊວງ​ປ້ອງ​ກັນ​ປະ​ເທດໄດ້​ປະ​ກາດ​ໃຊ້​ແຜນ​ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ທົ່ວ​ໂລກ “ຊອກ​ຮູ້ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລຫວຽດ​ນາມ”. ການ​​ເສັງ​ເພື່ອ​ແນ​ໃສ່​ໂຄ​ສະ​ນາ, ເຜີຍ​ແຜ່​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລຫວຽດ​ນາມແລະພາ​ລະ​ກິດ​ແຫ່ງ​ການ​ຄຸ້ມ​ຄອງ, ປົກ​ປັກ​ຮັກ​ສາທະ​ເລ, ໝູ່​ເກາະຂອງປະ​ເທດ​ຊາດໃນ​ບໍ​ລິ​ເວນ​ທົ່ວ​ປະ​ເທດ, ຕິດ​ພັນ​ກັບ​ໜ້າ​ທີ່​ໂຄ​ສະ​ນາ, ເຜີຍ​ແຜ່ກົດ​ໝາຍດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ໃນການປະ​ຕິ​ບັດ​ສິດ ແລະ ໜ້າ​ທີ່ຂອງ​ອົງ​ການ, ອົງ​ການ​ຈັດ​ຕັ້ງ. ພ້ອມ​ທັງນັ້ນ​ກໍ່ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ເຮັດ​ໃຫ້​ປ່ຽນ​ແປ​ງ​ຄວາມ​ຮັບ​ຮູ້, ຄວາມ​ຮັບ​ຜິດ​ຊອບ​ຂອງ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ລັດ​ຖະ​ການ, ພາ​ລະ​ກອນ, ຜູ້ອອ​ກ​ແຮງ​ງານແລະປະ​ຊາ​ຊົນ​ທຸ​ກ​ຊັ້ນ​ວັນ​ນະ​ເມື່ອ​ປະ​ຕິ​ບັດສິດ, ພັນ​ທະ​ຂອງ​ພົນ​ລະ​ເມືອງ​ໃນ​ການຄຸ້ມຄອງ, ປົກ​ປັກ​ຮັກ​ສາ​ທະ​ເລ, ໝູ່​ເກາະຂອງປະ​ເທດ​ຊາດ, ປະ​ກອບ​ສ່ວນ​ລະ​ດົມ​ກຳ​ລັ​ງ​ໃຈ, ສົ່ງ​ເສີມ​ບັນ​ດາ​ອົງ​ການ, ອົງ​ການ​ຈັດ​ຕັ້ງ, ພົນ​ລະ​ເມືອງຫວຽດ​ນາມຢູ່​ພາຍ​ໃນແລະຕ່າງ​ປະ​ເທດຕອບ​ສະ​ໜອງ, ເຂົ້າ​ຮ່ວມ​ການ​ສ້າງ, ສົມ​ທົບ, ປະ​ຕິ​ບັດ​ງານ, ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ຕຳຫຼວດ​ທະ​ເລຫວຽດ​ນາມປະ​ຕິ​ບັດສິດ ແລະ ​ໜ້າ​ທີ່ຕາມການ​ມອບ​ໝາຍ.

ທ່ານ​ພົນ​ຈັດ​ຕະ​ວາ ບຸຍ​ກວັກ​ອ​ວາຍ, ຜູ້​ຮັບ​ຜິດ​ຊອບ​ດ້ານ​ການ​ເມືອງ​ຕຳຫຼວດ​ທະ​ເລ ໃຫ້​ຮູ້​ວ່າ: ພາຍຫຼັງ​ການ​ປະ​ຕິ​ບັດ​ມາ​ເປັນ​ເວ​ລາ 2 ປີ, ກົດ​ໝາຍ​ວ່າ​ດ້ວຍ​ຕຳຫຼວດ​ທະ​ເລ ໄດ້​​ປະ​ກອບ​ສ່ວນ​ຍົກ​ສູງ​ສະ​ຕິ​ຄວາມ​ຮັບ​ຮູ້ດ້ານ​ກົດ​ໝາຍ​ຂອງ​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ ແລະ ປະ​ຊາ​ຊົນ​ໝົດ​ທຸກ​ຄົນກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​ແຫ່ງ​ລັດ ດ້ວຍ​ກົດ​ໝາຍ​ໃນ​ບັນ​ດາ​ເຂດ​ທະ​ເລ, ໝູ່​ເກາະ​ຂອງປະ​ເທດ​ຊາດ ກໍ່​ຄື​ທີ່​ຕັ້ງ, ບົດ​ບາດ, ໜ້າ​ທີ່​ຂອງ​ກຳ​ລັງ​ຕຳຫຼວດ​ທະ​ເລ.

ວຽກ​ງານ​ສົມ​ທົບ​ກັນ ລະ​ຫວ່າງ ບັນ​ດາ​ອົງ​ການ, ກົມ​ກອງ​ຕຳຫຼວດ​ທະ​ເລກັບ​ບັນ​ດາ​ກົມ​ກອງ​ການ​ທະ​ຫານ​ກໍ່​ຄື​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ຂະ​ແໜງ, ກະ​ຊວງ, ທ້ອງ​ຖິ່ນ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ທະ​ເລ​ໝູ່​ເກາະ, ການປະ​ຕິ​ບັດ​ກົດ​ໝາຍວ່າດ້ວບ​ທະ​ເລ ໄດ້​ຮັບການປະ​ຕິ​ບັດ​ຢ່າງ​ແໜ້ນ​ແຟ້ນ, ມີ​ແບບ​ມີ​ແຜນ ແລະ ມີ​ປະ​ສິ​ດ​ທິ​ຜົນ​ກ່​ວາ.

ການ​ພົວ​ພັນ​ລະ​ຫວ່າງຕຳຫຼວດ​ທະ​ເລກັບ​ບັນ​ດາ​ກຳ​ລັງ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ບັນ​ດາ​ປະ​ເທດອາ​ຊຽນກໍ່​ຄື​ບັນ​ດາ​ປະ​ເທດ​ທີ່​ຊາຍແດນ​​ທະ​ເລໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າ​ງ​ຖືກ​ຕ້ອງ, ຕາມ​ທັດ​ສະ​ນະ​ກ່ຽວ​ກັບ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ການ​ປ້ອງ​ກັນ​ຊາດ​ທີິ່​ຕິດ​ພັນ​ກັບຄວາມ​ຮຽກ​ຮ້ອງ​ຕ້ອງ​ການຂອງ​ໜ້າ​ທີ່​ປົກ​ປັ​ກ​ຮັກ​ສາ​ປະ​ເທດ​ຊາດໃນ​ສະ​ພາບ​ການ​ໃໝ່. ວຽກ​ງານ​ໂຄ​ສະ​ນາ, ຂົນ​ຂວາຍ​ປະ​ຊາ​ຊົນ​ໃນ​ການ​ສ້າງຍຸດ​ທະ​ສາດ​ປ້ອງ​ກັນ​ຄວາມ​ສະ​ຫງົບປະ​ຊາ​ຊົນໃນ​ທະ​ເລໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ຜົນແລະສືບ​ຕໍ່​ສ້າງໄດ້​​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຊາວ​ປະ​ມົງ​ຢູ່ທະ​ເລ.

ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກອງ​ບັນ​ຊາ​ການ​ທະ​ເລ​ຕຳຫຼວດ​ຈະ​ສືບ​ຕໍ່​ຍູ້​ແຮງວຽກ​ງານ​ໂຄ​ສະ​ນາເຜີຍແຜ່, ຜ່ານບັນ​ດາ​ບັ້ນ​ໂຄ​ສະ​ນາ​ເຜີຍແຜ່ສຸມ​ໃສ່​ບັນ​ດາ​ອົງ​ການ, ກົມ​ກອງ​ໃນ​ທົ່ວ​ກຳ​ລັງ ແລະ ບັນ​ດາ​ທ້ອງ​ຖິ່ນແຕ່​ຂັ້ນ​ຕາ​ແສງ ເປັນ​ຕົ້​ນ​ແມ່ນ​ບັນ​ດາ​ຕາ​ແສງ​ຢູ່​ແຄມ​ທະ​ເລ. ຈາ​ກ​ນັ້ນແມ່ນເພື່ອ​ໃຫ້ປະ​ຊາ​ຊົນ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງແຫ່ງລັດດ້ວຍກົດໝາຍວ່າດ້ວຍທະເລໝູ່ເກາະ, ກຽມພ້ອມຮ່ວມແຮງຮ່ວມໃຈ ພ້ອມກັບກຳລັງ​ຕຳຫຼວດ​ທະ​ເລ ຫວຽດ​ນາມ, ປະ​ຕິ​ບັດ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ຜົນ​ປະ​ໂຫຍດ​ຂອງ ປະ​ເທດ​ຊາດໃນ​ທະ​ເລ, ຮັກ​ສາ​ຄວາມ​ໝັ້ນ​ຄົງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ໃຫ້​ແກ່​ບັນ​ດາ​ເຂດ​ທະ​ເລ​ໝູ່​ເກາະ​ອັນ​ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດໃຫ້​ເປັນ​ຢ່າງ​ດີ.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-10314.html

In bài biết