13:37 | 02/07/2021

ກະຊວງແຮງງານ ແລະສະຫວັດດີການສັງຄົມ ສປປ ລາວ ແລະກະຊວງແຮງງານ-ເສຍອົງຄະ ແລະສັງຄົມ ສສ ຫວຽດນາມ ປຶກສາຫາລືຮ່ວມກັນ

ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມເຂົ້າຢ້ຽມຂ່ຳນັບ ແລະ ຊົມເຊີຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມຄົນໃໝ່ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມເຂົ້າຢ້ຽມຂ່ຳນັບ ແລະ ຊົມເຊີຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມຄົນໃໝ່
ລັດຖະບານ ສປປ.ລາວ ອະນຸຍາດການລົງທຶນ ຢູ່ ສປປ.ລາວ ເປັນປົກກະຕິ ໃນໄລຍະໂຄວິດ-19 ຮອບໃໝ່ນີ້ ລັດຖະບານ ສປປ.ລາວ ອະນຸຍາດການລົງທຶນ ຢູ່ ສປປ.ລາວ ເປັນປົກກະຕິ ໃນໄລຍະໂຄວິດ-19 ຮອບໃໝ່ນີ້
ບັນຍາກາດທີ່ກອງປະຊຸມ. ພາບ: baodansinh.vn.
ບັນຍາກາດທີ່ກອງປະຊຸມ. ພາບ: baodansinh.vn.

ກອງປະຊຸມຄັ້ງ​ນີ້, ທັງ​ສອງ​ຝ່າຍ​ໄດ້ຮ່ວມກັນທົບທວນ, ສະຫລຸບຕີລາຄາຜົນສຳເລັດ, ຂໍ້ສະດວກ ແລະຂໍ້ຫຍຸ້ງຍາກ, ບາງບົດຮຽນທີ່ຖອດຖອນໄດ້ໃນການປະຕິບັດວຽກງານຮ່ວມມືດ້ານແຮງງານ ແລະສະຫວັດດີການສັງຄົມຂອງສອງກະຊວງໃນໄລຍະຜ່ານມາ, ພ້ອມທັງໄດ້ຄົ້ນຄ້ວາປະກອບຄຳເຫັນໃສ່ເອກະສານຮ່າງບົດລາຍງານການຈັດຕັ້ງປະຕິບັດວຽກງານຂອງສອງກະຊວງໃນໄລຍະປີ 2019-2021 ແລະຮ່າງຂໍ້ຕົກລົງວ່າດ້ວຍການຮ່ວມມືໃນຂົງເຂດແຮງງານ ແລະສະຫວັດດີການສັງຄົມ 2021-2025 ສະບັບປັບປຸງໃໝ່ ເພື່ອເປັນການກະກຽມດ້ານເນື້ອໃນໃຫ້ແກ່ການກະກຽມຈັດກອງປະຊຸມລັດຖະມົນຕີແຮງງານ ແລະສະຫວັດດີການສັງຄົມ ລາວ-ຫວຽດນາມ ຄັ້ງທີ 7 ປີ 2021.

ນອກຈາກ​ນີ້, ​ໃນກອງປະຊຸມທັງສອງຝ່າຍຍັງເຫັນດີເອກະພາບຈະສືບຕໍ່ແລກປ່ຽນຂໍ້ມູນເຊິ່ງກັນ ແລະກັນ ກ່ຽວກັບກົດໝາຍ, ລະບຽບການ ແລະນິຕິກຳຕ່າງໆ ທີ່ຕິດພັນກັບການອະນຸຍາດໃຫ້ແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ແລະແຮງງານຕ່າງປະເທດທີ່ເຂົ້າມາເຮັດວຽກຢູ່ລາວ, ແລກປ່ຽນຂໍ້ມູນກ່ຽວກັບການແກ້ໄຂ ບັນຫາແຮງງານຕ່າງປະເທດທີ່ເຂົ້າມາເຄື່ອນໄຫວບໍ່ຖືກຕ້ອງຢູ່ສປປ ລາວ ແນໃສ່ເຮັດໃຫ້ການຮ່ວມມືດ້ານແຮງງານຂອງສອງກະຊວງໄດ້ຮັບການຜັນຂະຫຍາຍເຂົ້າສູ່ລວງເລິກ ແລະມີປະສິດທິຜົນຫລາຍຂຶ້ນ, ວິຊາການສອງຝ່າຍສືບຕໍ່ປັບປຸງເນື້ອໃນເອກະສານຮ່າງບົດລາຍງານ ແລະຮ່າງຂໍ້ຕົກລົງສະບັບປັບປຸງໃໝ່ ເພື່ອເຮັດໃຫ້ເອກະສານຮ່ວມມືດັ່ງກ່າວສາມາດນຳສະເໜີຮັບຮອງໃນກອງປະຊຸມລະດັບລັດຖະມົນຕີຂອງສອງກະຊວງ ແລະກ້າວສູ່ການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

Link: https://huunghivietlao.thoidai.com.vn/detail-article-10285.html

In bài biết