16:07 | 14/06/2021

ພຽງ​ແຕ່​ຢາກ​ມີ​ສຸ​ຂະ​ພາບ​ທີ່​ແຂງ​ແຮງ​ເພື່ອ​ເບິ່ງ​ແຍງ​ດູ​ແລ​ລູກໆ

ລະວັງກັບການສະເໜີທີ່ເຄືຍຂ່າຍອິນເຕີແນດວ່າ “ວຽກງານຢ່າງເບົາບາງ ແຕ່ມີລາຍໄດ້ສູງ” ໃນກຳປູເຈຍ ລະວັງກັບການສະເໜີທີ່ເຄືຍຂ່າຍອິນເຕີແນດວ່າ “ວຽກງານຢ່າງເບົາບາງ ແຕ່ມີລາຍໄດ້ສູງ” ໃນກຳປູເຈຍ
ຫວຽດນາມ ສະແດງຄວາມເດັດດ່ຽວຄັດຄ້ານການກະທຳລະເມີດອະທິປະໄຕ ຕໍ່ໝູ່ເກາະເຈື່ອງຊາ ຫວຽດນາມ ສະແດງຄວາມເດັດດ່ຽວຄັດຄ້ານການກະທຳລະເມີດອະທິປະໄຕ ຕໍ່ໝູ່ເກາະເຈື່ອງຊາ
ພຽງ​ແຕ່​ຢາກ​ມີ​ສຸ​ຂະ​ພາບ​ທີ່​ແຂງ​ແຮງ​ເພື່ອ​ເບິ່ງ​ແຍງ​ດູ​ແລ​ລູກໆ

ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນ ເທື່ອທຽນເຫ້ວ ລົງຢ້ຽມຢາມ ແລະ ມອບຂອງຂັວນໃຫ້ແກ່ ຄອບຄົວລຸງ ເຈິ່ນວັນຢືຍ

ເຂົາ​ເຈົ້າ​ມັກ​ເວົ້າ​ວ່າ: “ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມແມ່ນ​ຜູ້​ທຸກ​ຍາກ​ລຳ​ບາກ​ທີ່​ສຸດ​ໃນ​ບັນ​ດາ​ຜູ້​ທຸກ​ຍາກ​ລຳ​ບາກ”. ແລະ, ຜູ້​ເປັນ​ເມຍ, ເປັນ​ແມ່​ຍັງ​ມາ​ນະ​ພະ​ຍາ​ຍາມ​ແບບ​ຫາບ​ຢ່າງງຽບໆເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ…

ໃນ​ໄລ​ຍະ​ເວ​ລາເກືອບ40ປີ​ທີ່​ຜ່ານ​ມາ, ຜົວ​ເມຍລຸງເຈິ່ນ​ວັນ​ຢຶຍ (ຕາ​ແສງເທື້ອງ​ລອງ, ເມືອງນາມ​ດົ່ງ, ເທື່ອ​ທຽນ - ເຫ້ວ) ​ບໍ່​ມີ​ຄືນ​ໃດ​ທີ່ຈະໄດ້​ນອນ​ລັບ​ຝັນ​ດີ​ ຍ້ອ​ນ​ລູກ 3 ຄົນ​ຂອງ​ລຸງຖືກ​ຕິດ​ແປດທາດ​ພິດ​ສີ​ສົ້ມ.

ລຸງ​ເຈິ່ນ​ວັນ​ຢືຍ ຖືກ​ຕິດ​ແປດທາດ​ພິດ​ສີ​ສົ້ມເຮັດ​ໃຫ້​ລຸງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເມື່ອ​ເດີນ​ທາງ​ໄປ​ມາ. ລຸງ​ມີ​ລູກ 3 ຄົນລ້ວນ​ແຕ່​ເປັນ​ຄົນ​ພິ​ການບໍ່​ສາ​ມາດ​ເຄື່ອນ​ຍ້າຍ​ດ້ວຍ​ຕົນ​ເອງ​ຄື​ຄົນ​ປົກ​ກະ​ຕິ​ໄດ້, ການ​ດຳ​ລົງ​ຊີ​ວິດ​ແບບ​ປົກ​ກະ​ຕິ​ຄືກິນ​ດື່ມ, ອາບ​ນ້ຳ​ກໍຕ້ອງ​ມີ​ການ​ຊ່ວຍ​ເຫຼືອ​ຈາກຜູ້ເປັນປູ່ຍ່າຕາ​ຍາຍ, ພໍ່​ແມ່.

ໄລ​ຍະ 40 ປີ​ຜ່ານ​ມາ, ຜົວ​ເມຍ​ຂອງ​ລຸງ​ຕ້ອງ​ມາ​ນະ​ພະ​ຍາ​ຍາມ, ບໍ່​ຮູ້​ຈະ​ເຮັດ​ແນວ​ໃດ​ເມື່ອ​ເຫັນ​ກັບ​ຕາ​ລູກດິ້ນທຸລົນທຸລາຍ, ຮ້ອງໆແຂກໆ, ທັບມ້າງ​ເຄື່ອງ​ຂອງ. ລຸງ​ບໍ່​ສາ​ມາດ​ຈື່​ໄດ້​ວ່າຈັກ​ເທົ່າ​ໃດ​ເທື່ອແລ້ວທີ່ລຸງ​ໄດ້​ໄປ​ຢືມ​ເງິນ​ເພື່ອ​ພາ​ລູກ​ໄປ​ໂຮງໝໍ​ປິ່ນ​ປົວ​ພະ​ຍາດ. ແຕ່​ວ່າພະ​ຍາດ​ຂອງ​ລູກ​ນັ​ບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ, ເສດ​ຖະ​ກິດ​ໃນ​ຄອບ​ຄົວ​ນັບ​ມື້​ນັບ​ທຸກ​ຍາກ.

​ໃນ​ຄອບ​ຄົວ​ຂອງ​ລຸງ, ມີ​ແຕ່ຜູ້​ເປັນ​ແມ່​ທີ່ສາ​ມາດໄປເຮັດໄຮ່​ໄຖ​ນາ ຫຼື ເຮັດ​ວຽກ​ອື່ນ​ເພື່ອ​ຫາ​ລາຍ​ຮັບ​ເພີ່ມເພື່ອຮັບ​ໃຊ້​ການ​ດຳ​ລົງ​ຊີ​ວິດ​ຂອງ 4ພໍ່​ລູກ. ຊັບ​ສິນ​ໃນ​ຄອບ​ຄົວ​ຂອງ​ລຸງບໍ່​ມີ​ສິ່ງໃດ​ມີ​ມູນ​ຄ່າ​ສູງ​ກ່າວ 2 ລ້ານ​ດົ່ງ. ໃນ​ຄອບ​ຄົວ​ກໍບໍ່​ມີ​ຕຽງ​ນອນ, ຍ້ອນ​ວ່າ​ບໍ່​ມີ​ຜູ້​ໃດ​ສາ​ມາດ​ຂຶ້ນ​ຕຽງ​ດ້ວຍ​ຕົນ​ເອງ​ໄດ້.

ສະ​ພາບ​ຄອບຄົວຂອງ​ລຸງ​ກໍຄື​ສະ​ພາບ​ລວມ​ຂອງ​ຜູ້​ຕິດ​ແປດທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊິນ​ໃນ​ທົ່ວ​ປະ​ເທດຫວຽດ​ນາມ. ແຕ່​ດ້ວຍ​ຄວາມ​ມາພະ​ຍາ​ຍາມ​ຂອງ​ຕົນ, ເຂົາ​ເຈົ້າ​ຍາມ​ໃດ​ກໍມານ​ພະ​ຍ​າ​ຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນ​ຊີ​ວິດ,ຊອກ​ຫາ​ຄວາມ​ປະ​ເອີບ​ໃຈ, ຄວາມ​ເບີກ​ບານ​ມ່ວນ​ຊື່ນເພື່ອ​ບັນ​ເທົາ​ທຸກ​ຄວາມ​ເຈັບ​ປວດ​ຈາກ​ສົງ​ຄາມ.

​ລຸງ​ຢືຍ​ແບ່ງ​ປັນ​ວ່າຍ້ອນ​ມີ​ການ​ຊ່ວຍ​ເຫຼືອ​ຈາກ​ສະ​ມາ​ຄົມຜູ/​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທິດ​ພິດ​ສີ​ສົ້ມ/ດີ​ໂອຊິ​ນເທື່ອ​ທຽນເຫ້ວ, ຄອບ​ຄົວ​ຂອງ​ຂ້າພະຈົ້າ ​ຈຶ່ງ​ມີ​ເຮືອນ​ຢູ່​ຄືແນວນີ້. ພາຍ​ຫຼັງດຳ​ລົງ​ຊີ​ວິດ​ແບບ​ລຳ​ບາກ​ທຸກ​ຍາກ​ມາ​ເປັນ​ເວ​ລານັ​ບ​ສິບ​ປີ, ຂ້າ​ພະ​ເຈົ້າ​ພຽງ​ແຕ່​ຢາກ​ມີ​ສຸ​ຂະ​ພາບ​ທີ່​ແຂງ​ແຮງ​ເພື່ອ​ດູ​ແລ​ລູກໆ, ປາດ​ຖະ​ໜາ​ຢາ​ກ​ໃຫ້ເມຍ​ມີ​ສຸ​ຂະ​ພາບ​ທີ່​ແຂງ​ແຮງ​ເພື່ອ​ແບກ​ຫາບ​ຄອບ​ຄົວ. ຫວັງ​ວ່າ​ບັນ​ດາ​ອົງ​ການ, ໝູ່​ຄະ​ນະ​ຈະມີ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ສະ​ພາບ​ການ​ຂອງ​ຄົນ​ຄື​ພວກ​ຂ້າ​ພະ​ເຈົ້າ, ຊ່ວຍ​ໃຫ້ຊີ​ວິດ​ຂອງ​ເຂົາຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ລຳ​ບາກ​ກ່​ວາ​ເກົ່າ.

Top 50 ບໍ​ລິ​ສັດ​ມະ​ຫາ​ຊົນ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ ແລະ ມີປະ​ສິດ​ທິ​ຜົນ​ໃນ​ປີ 2021 Top 50 ບໍ​ລິ​ສັດ​ມະ​ຫາ​ຊົນ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ ແລະ ມີປະ​ສິດ​ທິ​ຜົນ​ໃນ​ປີ 2021

Vietnam Report ຈະຄັດເລືອກບັນດາບໍລິສັດທີ່ມີມາດຖານຢ່າງຄົບຖ້ວນ ເພື່ອຈັດອັນດັບຕາມ 4 ດັດຊະນີ: ລາຍຮັບ, ກຳໄລ, ຊັບສິນ ແລະ ການຫັນເປັນທຶນໃນຕະຫຼາດຢ່າງໜ້ອຍສຸດ 500 ຕື້ດົ່ງ.

ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ​ເດັກ​ທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ​ເດັກ​ທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

ໄລ່ຮອດວັນທີ 8 ມິຖຸນາ, ມີເດັກນ້ອຍເກືອບ 7.000 ຄົນຢູ່ 26 ແຂວງ, ນະຄອນໃນທົ່ວປະເທດຖືກຜົນສະທ້ອນຈາກໂລກລະບາດໂດຍກົງ.

ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຮ່ວມ​ແຮງ​ຮ່ວ​ມ​ໃຈ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຮ່ວມ​ແຮງ​ຮ່ວ​ມ​ໃຈ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19

ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ຮຽກຮ້ອງໃຫ້ ພະນັກງານ, ພາລະກອນສະຖານທູດໝົດທຸກຄົນ, ບັນດາອົງການ, ວິສາຫະກິດ, ອົງການຈັດຕັ້ງ, ພໍ່ແມ່ປະຊາຊົນ ຊາວຫວຽດນາມ ພວມເຮັດວຽກ ແລະ ດຳລົງຊີວິດຢູ່ ສິງກະໂປ ສະໜັບສະໜູນໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-10073.html

In bài biết