ຊາວຫວຽດນາມ ອາໄສຢູ່ຕ່າງປະເທດສືບຕໍ່ສະໜັບສະໜູນ ກອງທຶນວັກຊິນກັນໂຄວິດ - 19
![]() |
ຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ ສະໜັບສະໜູນ ກອງທຶນວັກຊິນກັນໂຄວິດ - 19. ພາບ: vov.vn |
ຕອນເຊົ້າວັນທີ 11 ມິຖຸນາ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດພິທີຮັບເງິນອຸປະຖຳໂດຍປະຊາຄົມ ຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ ອຸປະຖຳໃຫ້ແກ່ກອງທຶນວັກຊິນກັນໂຄວິດ - 19.
ທີ່ພິທີ, ພາຍຫຼັງໄດ້ຮັບເງິນຈຳນວນ 500 ລ້ານດົ່ງ ຈາກຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ, ທ່ານ ຟ້າມກວາງຫ້ຽວ ຮອງລັດຖະມົນຕີ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ສະແດງຄວາມຕື້ນຕັນໃຈ ແລະ ຄວາມເຄົາລົບນັບຖືຕໍ່ບັນດານ້ຳໃຈອັນດີງາມ, ການໜູນຊ່ວຍ, ຮ່ວມເດີນທາງ, ການແບ່ງປັນຂອງພໍ່ແມ່ປະຊາຊົນ ຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ. ທ່ານໃຫ້ຮູ້ວ່າ:
ໂດຍຕອບສະໜອງຕາມການຮຽກຮ້ອງຂອງ ແນວໂຮມປະເທດຊາດ, ລັດຖະບານ, ພໍ່ແມ່ປະຊາຊົນຊາວຫວຽດນາມ ຢູ່ທຸກແຖບຖິ່ນໃນທົ່ວໂລກ ໄດ້ມີບັນດາການກະທຳທີ່ແທດຈິງມຸ່ງໄປເຖິງ ບ້ານເກີດເມືອງນອນ. ພວກຂ້າພະເຈົ້າຮູ້ສຶກຕື້ນຕັນໃຈ ແລະ ຕີລາຄາສູງບັນດາການກະທຳອັນສູງສົ່ງ, ຮັກແພງຊຶ່ງກັນແລະກັນນັ້ນ.
ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ ກໍ່ໄດ້ສົ່ງຄວາມຂອບອົກຂອບໃຈ ໄປຍັງສູນກາງສະມາຄົມຊາວຫວຽດນາມ ອາໄສຢູ່ ເຊັກໂກ, ສະມາຄົມແມ່ຍິງ ຫວຽດນາມ ອາໄສຢູ່ ເຊັກໂກ ກ່ຽວກັບບັນດາການປະກອບສ່ວນສຳຄັນ ຕອບສະໜອງ, ສະໜັບສະໜູນບັນດາການເຄື່ອນໄຫວພາຍໃນປະເທດ ເວົ້າລວມ ແລະ ໜູນຊ່ວຍວຽກງານຂອງ ຄະນະກຳມະການເວົ້າສະເພາະ ໃນໄລຍະທີ່ຜ່ານມາ.
![]() | ສະເໜີໜູນຊ່ວຍປະຊາຊົນແລະວິສາຫະກິດໃນໄລຍະເກີດໂລກລະບາດໂຄວິດ - 19 ຍສໝ - ເມື່ອທຽບໃສ່ກັບຂໍ້ກຳນົດທີ່ພວມໄດ້ຮັບການປະຊາດໃຊ້ຄືໃນປັດຈຸບັນ, ກະຊວງແຮງງານ - ທະຫານເສຍອົງຄະແລະສັງຄົມໄດ້ຜ່ອນຜັນເງື່ອນໄຂໃຫ້ແກ່ວິສາຫະກິດ, ຫຼຸດຜ່ອນອັດຕາແຮງງານທີ່ຕ້ອງຢຸດຕິການເຮັດວຽກ, ໂຈະສັນຍາແຮງງານ, ພັກເຮັດວຽກໂດຍບໍ່ມີເງິນເດືອນແຕ່ 20% ລົງເຫຼືອ 10%. |
![]() | ບັນດາກະຊວງ, ຂະແໜງການ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຮ່ວມແຮງຮ່ວມໃຈສະໜັບສະໜູນໃຫ້ແກ່ກອງທຶນວັກຊິນກັນໂຄວິດ - 19 ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ຮຽກຮ້ອງໃຫ້ ພະນັກງານ, ພາລະກອນສະຖານທູດໝົດທຸກຄົນ, ບັນດາອົງການ, ວິສາຫະກິດ, ອົງການຈັດຕັ້ງ, ພໍ່ແມ່ປະຊາຊົນ ຊາວຫວຽດນາມ ພວມເຮັດວຽກ ແລະ ດຳລົງຊີວິດຢູ່ ສິງກະໂປ ສະໜັບສະໜູນໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. |
![]() | ສະຫະພັນໃຫຍ່ແຮງງານ ຫວຽດນາມ ສະເໜີໜູນຊ່ວຍຜູ້ອອກແຮຮງງານ 60.000 ຄົນ ທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ຍສໝ - ຕາມນັ້ນແລ້ວ, ສະຫະພັນໃຫຍ່ແຮງງານຫວຽດນາມ ກໍ່ສະເໜີໜູນຊ່ວຍເງິນສົດໃຫ້ແກ່ຜູ້ອອກແຮງງານທີ່ຕ້ອງຢຸດເຮັດວຽກ ຍ້ອນແມ່ນເປົ້າໝາຍຕ້ອງແຍກປ່ຽວ 14 ວັນຂຶ້ນໄປ ຢູ່ສະຖານທີ່ແຍກຕົວລວມໝູ່ (ກໍລະນີ F1) ຫຼື ແຍກຕົວຢູ່ເຮືອນ (ກໍລະນີ F2) ຫຼືໃນບັນດາເຂດທີ່ຖືກຈຳກັດການເຂົ້າອອກຕາມຄຳຮຽກຮ້ອງຂອງອົງການແຫ່ງລັດ ທີ່ມີສິດອຳນາດ ແມ່ນໜູນຊ່ວຍເງິນໃຫ້ແກ່ຜູ້ອອກແຮງງານທີ່ຕ້ອງຢຸດເຮັດວຽກໃນເວລາ 14 ວັນ, ແຕ່ເງິນເດືອນຢຸດງານຕ່ຳກ່ວາເງິນເດືອນຕ່ຳສຸດໃນເຂດ. |