ສາຍພົວພັນລະຫວ່າງສອງພັກປະກອບສ່ວນເສີມສ້າງພື້ນຖານການຮ່ວມມືຫວຽດນາມ - ສ.ເຊັກໂກ

13:18 | 19/08/2026

ຍສໝ - ວັນທີ 18/8 ຢູ່ຮ່າໂນ້ຍ, ການນຳກະຊວງການຕ່າງປະເທດຫວຽດນາມ ໄດ້ມີການຕ້ອນຮັບ ແລະ ເຈລະຈາກັບທ່ານ Roman Roun, ປະທານພັກກອມມູນິດສ.ເຊັກໂກ - Morava. ສອງຝ່າຍເຫັນດີເລັ່ງຊຸກຍູ້ສາຍພົວພັນລະຫວ່າງສອງພັກ, ປະກອບສ່ວນເສີມສ້າງພື້ນຖານທາງການເມືອງ ແລະ ຊຸກຍູ້ການຮ່ວມມືຫວຽດນາມ - ສ.ເຊັກໂກ ໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ ໃນຂອບສາຍພົວພັນຄູ່ຮ່ວມຍຸດທະສາດ.

ບັນດາລົດໂອໂຕ Skoda (ສ.ເຊັກໂກ) ທໍາອິດ ຈະຜະລິດຢູ່ຫວຽດນາມ ຊາວຫວຽດນາມຮຸ່ນໜຸ່ມຢູ່ ສ.ເຊັກໂກ ເລົ່າເລື່ອງລາວແຫ່ງການເຕີບໃຫຍ່ທ່າມກາງສອງກະແສວັດທະນະທຳ

ທີ່ການຕ້ອນຮັບທ່ານ Roman Roun, ປະທານພັກກອມມູນິດ ສ.ເຊັກໂກ Morava (KSCM), ທ່ານ ເລຮວ່າຍຈູງ, ລັດຖະມົນຕີກະຊວງການຕ່າງປະເທດ ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍຈົດຈຳການສະໜັບສະໜູນອັນລ້ຳຄ່າທີ່ພັກກອມມູນິດ ແລະ ປະຊາຊົນເຊັກໂກສະໂລວາເກຍໃນອະດີດ, ກໍຄືພັກກອມມູນິດ ສ.ເຊັກໂກ Morava ແລະ ປະຊາຊົນ ສ.ເຊັກໂກ ໃນປັດຈຸບັນ ມອບໃຫ້ຫວຽດນາມ.

ທ່ານລັດຖະມົນຕີ ຊົມເຊີຍພັກກອມມູນິດ ສ.ເຊັກໂກ Morava ທີ່ຈັດກອງປະຊຸມໃຫຍ່ຄັ້ງທີ XII ສຳເລັດເປັນຢ່າງດີ, ພ້ອມທັງຕີລາຄາສູງບັນດາຜົນສຳເລັດຂອງພັກໃນໄລຍະຜ່ານມາ. ທ່ານລັດຖະມົນຕີ ສະແດງຄວາມເຊື່ອໝັ້ນວ່າ ພັກກອມມູນິດ ສ.ເຊັກໂກ Morava ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການພັດທະນາຮອບດ້ານຂອງສາທາລະນະລັດ ສ.ເຊັກໂກ ກໍຄືສາຍພົວພັນລະຫວ່າງສອງປະເທດ.

ສາຍພົວພັນລະຫວ່າງສອງພັກປະກອບສ່ວນເສີມສ້າງພື້ນຖານການຮ່ວມມືຫວຽດນາມ - ສ.ເຊັກໂກ
ທ່ານ Roman Roun, ປະທານພັກກອມມູນິດສ.ເຊັກໂກ - Morava ໃນການຕ້ອນຮັບຂອງທ່ານ ເລຮວ່າຍຈູງ, ລັດຖະມົນຕີກະຊວງການຕ່າງປະເທດ. (ພາບ: ຕ໊ວນແອັງ/TTXVN).

ໂດຍແບ່ງປັນກ່ຽວກັບສະພາບການຂອງຫວຽດນາມ, ທ່ານ ເລຮວ່າຍຈູງ, ລັດຖະມົນຕີ ໄດ້ໃຫ້ຂໍ້ມູນກ່ຽວກັບບັນດາຜົນສຳເລັດສຳຄັນທີ່ປະເທດບັນລຸໄດ້ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່ ພ້ອມກັບບັນດາເປົ້າໝາຍ ແລະ ທິດທາງການພັດທະນາທີ່ສຳຄັນ ຊຶ່ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມໄດ້ວາງອອກ.

ຫວຽດນາມຍຶດໝັ້ນເສັ້ນທາງກ້າວຂຶ້ນສູ່ລັດທິສັງຄົມນິຍົມ; ສືບຕໍ່ປະຕິບັດແນວທາງການຕ່າງປະເທດທີ່ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ; ຫັນສາຍພົວພັນການຕ່າງປະເທດເປັນຫຼາຍຝ່າຍ, ຫຼາກຫຼາຍ; ເປັນເຈົ້າການ ແລະ ຫ້າວຫັນເຊື່ອມໂຍງສາກົນ.

ພັກກອມມູນິດຫວຽດນາມໃຫ້ຄວາມສຳຄັນຕໍ່ສາຍພົວພັນກັບພັກກອມມູນິດ ສ.ເຊັກໂກ Morava ເວົ້າສະເພາະ ແລະ ບັນດາພັກກອມມູນິດ, ພັກກຳມະກອນໃນໂລກເວົ້າລວມ, ຜ່ານນັ້ນປະກອບສ່ວນເສີມສ້າງພື້ນຖານຄວາມໄວ້ວາງໃຈທາງການເມືອງ, ສ້າງຄວາມສະດວກໃຫ້ແກ່ການເພີ່ມທະວີສາຍພົວພັນກັບບັນດາຄູ່ຮ່ວມມື.

ສຳລັບພັກກອມມູນິດ ສ.ເຊັກໂກ Morava, ທ່ານ Roman Roun, ປະທານພັກ ໄດ້ຕີລາຄາສູງປະສົບການການນຳພາຂອງພັກກອມມູນິດຫວຽດນາມ ແລະ ບັນດາຜົນສຳເລັດດ້ານການພັດທະນາເສດຖະກິດ - ສັງຄົມທີ່ຫວຽດນາມບັນລຸໄດ້ໃນໄລຍະຜ່ານມາ.

ທ່ານຢືນຢັນວ່າ ພັກກອມມູນິດ ສ.ເຊັກໂກ Morava ປາດຖະໜາສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມືທີ່ມີມາແຕ່ດັ້ງເດີມກັບພັກກອມມູນິດຫວຽດນາມ, ຜ່ານນັ້ນປະກອບສ່ວນຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ ສ.ເຊັກໂກ.

ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນຂໍ້ມູນ, ທິດສະດີ, ແບ່ງປັນປະສົບການກ່ຽວກັບວຽກງານກໍ່ສ້າງພັກ ແລະ ເລັ່ງຊຸກຍູ້ການຮ່ວມມືຢູ່ບັນດາເວທີປາໄສສາກົນທີ່ສອງພັກເປັນສະມາຊິກ; ພ້ອມທັງແລກປ່ຽນບາງບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງສົນໃຈ.

ໃນມື້ດຽວກັນ, ທ່ານ ຫງວຽນແມ້ງເກື່ອງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໄດ້ເຈລະຈາກັບທ່ານ Roman Roun, ປະທານພັກກອມມູນິດ ສ.ເຊັກໂກ Morava.

ທີ່ການເຈລະຈາ, ສອງຝ່າຍຕີລາຄາໃນທາງບວກຕໍ່ບັນດາບາດກ້າວພັດທະນາທີ່ແທ້ຈິງໃນສາຍພົວພັນມິດຕະພາບທີ່ມີມາແຕ່ດັ້ງເດີມ ແລະ ການຮ່ວມມືຫຼາຍດ້ານຫວຽດນາມ - ສ.ເຊັກໂກ. ໂດຍສະເພາະ, ການທີ່ສອງປະເທດຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດໃນເດືອນ 1/2025 ໄດ້ສ້າງຂອບ ແລະ ກຳລັງໜູນໃໝ່ໃຫ້ສາຍພົວພັນສອງຝ່າຍພັດທະນາຢ່າງກວ້າງຂວາງ, ມີປະສິດທິຜົນ ແລະ ຍືນຍົງ.

ຜົນການຮ່ວມມືໃນບັນດາຂົງເຂດການເມືອງ - ການຕ່າງປະເທດ, ເສດຖະກິດ - ການຄ້າ, ການລົງທຶນ, ການສຶກສາ - ຝຶກອົບຮົມ, ວັດທະນະທຳ ແລະ ການແລກປ່ຽນປະຊາຊົນ ໄດ້ຮັບການຮັບຮູ້ຈາກສອງຝ່າຍ. ສອງຝ່າຍເຫັນວ່າ ສາຍພົວພັນຫວຽດນາມ - ສ.ເຊັກໂກ ມີຫຼາຍເງື່ອນໄຂອັນສະດວກເພື່ອສືບຕໍ່ພັດທະນາຢ່າງແຂງແຮງ, ແທ້ຈິງ ແລະ ມີປະສິດທິຜົນຍິ່ງຂຶ້ນ, ສົມກັບຂອບສາຍພົວພັນຄູ່ຮ່ວມຍຸດທະສາດ ແລະ ທ່າແຮງຂອງແຕ່ລະປະເທດ.

ສອງຝ່າຍຍັງຕີລາຄາໃນທາງບວກຕໍ່ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກກອມມູນິດ ສ.ເຊັກໂກ Morava. ບັນດາກິດຈະກຳແລກປ່ຽນຄະນະຜູ້ແທນ, ການພົບປະລະຫວ່າງສອງພັກໃນໄລຍະຜ່ານມາ ໄດ້ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ວາງໃຈເຊິ່ງກັນແລະກັນ ແລະ ເສີມສ້າງພື້ນຖານການເມືອງ - ສັງຄົມໃຫ້ແກ່ສາຍພົວພັນຫວຽດນາມ - ສ.ເຊັກໂກ.

ບົນພື້ນຖານນັ້ນ, ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນ, ການພົບປະ, ແບ່ງປັນຂໍ້ມູນ ແລະ ປະສົບການ; ສົ່ງເສີມບົດບາດຂອງສາຍພົວພັນລະຫວ່າງສອງພັກໃນການເສີມສ້າງພື້ນຖານທາງການເມືອງ, ຊຸກຍູ້ການຜັນຂະຫຍາຍບັນດາເນື້ອໃນຂອງສາຍພົວພັນຄູ່ຮ່ວມຍຸດທະສາດຫວຽດນາມ - ສ.ເຊັກໂກ ຢ່າງມີປະສິດທິຜົນ, ມຸ່ງໄປສູ່ການນຳສາຍພົວພັນສອງຝ່າຍໃຫ້ນັບມື້ນັບຮອບດ້ານ, ແທ້ຈິງ ແລະ ມີປະສິດທິຜົນ.

ວັດ​ທະ​ນະ​ທຳສິ​ລະ​ປະໂຄສະນາຮູບພາບປະ​ເທດ​ຊາດ, ປະ​ຊາ​ຊົນ​ຫວຽດ​ນາມ ຢູ່ ສ.ເຊັກ​ໂກ ວັດ​ທະ​ນະ​ທຳສິ​ລະ​ປະໂຄສະນາຮູບພາບປະ​ເທດ​ຊາດ, ປະ​ຊາ​ຊົນ​ຫວຽດ​ນາມ ຢູ່ ສ.ເຊັກ​ໂກ
ຍສໝ - ນັ້ນ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຈຸດສຸມ ທີ່ສະມາຄົມ​ວັດທະນະທຳສິລະ​ປະ​ ຫວຽດນາມ ປະຈຳ​ ສ.ເຊັກ​ໂກ (ສະມາຄົມ) ໄດ້ວາງອອກຢູ່ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ 4 ອາຍຸ​ການ 2024 – 2028.
ຕອບບຸນຄຸນຕໍ່ຜູ້ປົກປັກຮັກສາພາສາ ຫວຽດນາມ ຢູ່ ສ.ເຊັກໂກ ຕອບບຸນຄຸນຕໍ່ຜູ້ປົກປັກຮັກສາພາສາ ຫວຽດນາມ ຢູ່ ສ.ເຊັກໂກ
ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ພິທີ​ເຊີດ​ຊູ​ພາສາ​ ຫວຽດນາມ​ ໃນ​ປະຊາ​ຄົມ​ ຊາວ​ຫວຽດນາມ​ ຢູ່ ​ສ.ເຊັກໂກ ໄດ້ຮັບການ​ຈັດ​ຂຶ້ນ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ