ໝາກແຄ່ນດີຕໍ່ສຸຂະພາບ

ໝາກແຄ່ນດີຕໍ່ສຸຂະພາບ

ຍສໝ - ຄຸນປະໂຫຍດສ່ວນໃຫຍ່ຂອງຕົ້ນໝາກແຄ່ນ ກໍ່ແມ່ນຢູ່ທີ່ໝາກຂອງມັນ ຊຶ່ງຖືກນຳໃຊ້ເປັນເຄື່ອງເທດ. ໝົດທັງພົ້ວຂອງໝາກແຄ່ນ ສາມາດນຳມາຕຳແຈ່ວກິນໄດ້ ແລະ ກໍ່ຍັງມີຄຸນຄ່າສູງກວ່າການໃຊ້ແຕ່ພຽງໝາກລວ້ນໆ. ນ້ຳມັນທີ່ໄດ້ຈາກແກ່ນກໍ່ເປັນຢາທາປິ່ນປົວໄຟໄໝ້.