ໝາກລຳໄຍສົດຂອງບັກຢາງ ໄດ້ສົ່ງອອກ ໄປຍັງຕະຫຼາດອົດສະຕາລີ
ຍສໝ - ຫວ່າງມໍ່ໆນີ້, ແຂວງບັກຢາງ ໄດ້ຈັດຕັ້ງກອງປະຊຸມປະກາດເຂດຜະລິດໝາກລຳໄຍໄດ້ມາດຕະຖານ VietGAP ແລະ ສົ່ງອອກໝາກລຳໄຍ.
ຍສໝ - ຫວ່າງມໍ່ໆນີ້, ແຂວງບັກຢາງ ໄດ້ຈັດຕັ້ງກອງປະຊຸມປະກາດເຂດຜະລິດໝາກລຳໄຍໄດ້ມາດຕະຖານ VietGAP ແລະ ສົ່ງອອກໝາກລຳໄຍ.
ໝາກລຳໄຍທີ່ມີຄຸນນະພາບດີເກືອບ 10 ໂຕນ ໂດຍບໍລິສັດ ຮວາ (ດອກໄມ້) ອົດສະຕາລີ ນຳເຂົ້າຕະຫຼາດ Melbourne ແລະ ຈຳໜ່າຍຢູ່ບັນດານະຄອນຢູ່ລຽບຕາມເຂດແຄມທະເລ.
ໃນຊຸມປີຜ່ານມາ, ນອກຈາກການຈຳໜ່າຍຢ່າງແຮງຢູ່ບັນດາຕະຫຼາດພາຍໃນປະເທດ, ບັນດາຜະລິດຕະພັນຈາກໝາກລຳໄຍຂອງຫວຽດນາມ ກໍ່ຍັງໄດ້ເປັນທີ່ຮູ້ຈັກ ແລະ ໄດ້ຮັບຄວາມນິຍົມຈາກບັນດາຕະຫຼາດໃຫ່ຍ ແລະ ຜູ້ບໍລິໂພກຄື: ຈີນ, ອົດສະຕາລີ, ສິງກະໂປ, ສ.ເກົາຫຼີ, ມາເລເຊຍ, ຍີ່ປຸ່ນ, ເອີລົບ…