ຍສໝ - ສະຫະພັນບັນດາອົງການມິດຕະພາບແຂວງ ກຽນຢາງ ຫາກໍສົມທົບກັບຄະນະກຳມະການປະຊາຊົນເມືອງ Giong Rieng ໄດ້ຈັດຕັ້ງພິທີເປີດ, ມອບ ແລະ ນຳໃຊ້ກິດຈະກຳຫ້ອງຮຽນຢູ່ໂຮງຮຽນປະຖົມ ລອງແທ້ງ 2, ຕາແສງ ລອງແທ້ງ, ເມືອງ Giong Rieng (ແຂວງ ກຽນຢາງ).
ຍສໝ - ຫວ່າງແລ້ວນິີ້, ຢູ່ນະຄອນ ດົ່ງເຮິຍ, ກອງທຶນໜູນຊ່ວຍແມ່ຍິງພັດທະນາ, ສະຫະພັນແມ່ຍິງແຂວງ ກວາງບິ່ງ ໄດ້ຈັດຕັ້ງການຜັນຂະຫຍາຍໂຄງການ “ຍົກສູງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມໃຫ້ແມ່ຍິງ, ເດັກນ້ອຍ ແລະ ພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ ຮັບປະກັນການໃຊ້ສິດທິໃນການດໍາລົງຊີວິດຢູ່ໃນສະພາບແວດລ້ອມທີ່ສົດໃສ”...
ຍສໝ - ທ່ານ ເລມີງຄ໊າຍ ຮອງນາຍົກລັດຖະມົນຕີຫວຽດນາມ ຫາກໍ່ເຊັນຂໍ້ຕົກລົງ ລົງ ວັນທີ 6 ພະຈິກ 2021 ວ່າດ້ວຍການປັບປຸງ ແລະເພີ່ມເຕີມບາງມາດຕາຂອງຂໍ້ຕົກລົງ ລົງວັນທີ 7 ກໍລະກົດ 2021 ຂອງນາຍົກລັດຖະມົນຕີ ວ່າດ້ວຍການປະ ຕິບັດບາງນະໂຍບາຍໜູນຊ່ວຍຜູ້ອອກແຮງງານ ແລະຜູ້ນໍາໃຊ້ແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນພະຍາດໂຄວິດ-19.
ຕອນເຊົ້າວັນທີ 26 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງໄກ ກັບປະຊາຄົມວິສາຫະກິດ ແລະ ທ້ອງຖິ່ນຕ່າງໆກ່ຽວກັບບັນດາມາດຕະການສືບຕໍ່ໜູນຊ່ວຍວິສາຫະກິດໃນສະພາບການໂລກລະບາດໂຄວິດ - 19.
ທ່ານຮອງລັດຖະມົນຕີກະຊວງອຸດາຫະກຳ ການຄ້າ ຫວຽດນາມ ໂດ້ທັງຫາຍ ຢືນຢັນວ່າ: ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຈະສືບຕໍ່ເປັນເຈົ້າການຕິດຕາມສະພາບການຕະຫຼາດຢ່າງໃກ້ຊິດ, ຜັນຂະຫຍາຍບັນດາໂຄງການກະຕຸກຊຸກຍູ້ການໃຊ້ສອຍຢູ່ພາຍໃນປະເທດຢ່າງທັນການ ແລະ ມີປະສິດທິຜົນ.
ໂລກລະບາດໂຄວິດ - 19 ໄດ້ ແລະ ພວມກໍ່ບັນດາຜົນກະທົບບໍ່ໜ້ອຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ໃນນັ້ນມີປະຊາຊົນບັນດາເຜົ່າສ່ວນໜ້ອຍ. ໃນສະພາບການນັ້ນ, ຄວາມເອົາໃຈໃສ່, ການໜູນຊ່ວຍຢ່າງທັນການຂອງອຳນາດການປົກຄອງທຸກຂັ້ນ ໄດ້ຊ່ວຍປະຊາຊົນນຳຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິ, ຟື້ນຟູການຜະລິດເທື່ອລະກ້າວ.
ແຂວງກ໋ວາງນາມ ພວມສ້າງທຸກເງື່ອນໄຂສະດວກທີ່ສຸດ ເພື່ອໜູນຊ່ວຍວຽກເຮັດງານທຳ ໃຫ້ແກ່ປະຊາຊົນກັບຄືນຈາກນະຄອນໂຮ່ຈີມິນ ພາຍຫຼັງສິ້ນສຸດໄລຍະແຍກຕົວລວມໝູ່ ແລະ ແຍກຕົວ ຢູ່ສະຖານທີ່ພັກພາອາໄສ ຕາມຂໍ້ກຳນົດ.
ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ຕົກລົງໃຫ້ການໜູນຊ່ວຍໂດຍດ່ວນໃຫ້ແກ່ສະມາຊິກຊາວໜຸ່ມ, ຊາວຜູ້ອອກແຮງງານກວ່າ 193.000 ຄົນ ທີ່ພວມຖືກຜົນກະທົບຈາກໂລກລະບາດ ດ້ວຍຈຳນວນເງິນກວ່າ 96 ຕື້ ດົ່ງ.
ຍສໝ - ຕາມທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ແລ້ວ, ຈຳນວນເງິນບໍລິຈາກສະໜັບສະໜູນໃຫ້ແກ່ປະຊາຊົນລາວໄດ້ຂຶ້ນເຖິງ 150 ລ້ານກິບ (ປະມານ ເກືອບ 17,3 ພັນ USD). ຈຳນວນເງິນ 100 ລ້ານກີບທີ່ຍັງເຫຼືອ ພ້ອມກັບເຄື່ອງຂອງທີ່ຈຳເປັນ ປະຊາຊົນຊາວ ຫວຽດນາມ ອາໄສຢູ່ລາວ ຈະມອບໂດຍກົງໃຫ້ປະຊາຊົນເຂດຖືກນຳຖ້ວມຢູ່ 8 ເມືອງຢູ່ແຂວງ ສະຫວັນນະເຂດ.
ຍສໝ - ເຄື່ອງໜູນຊ່ວຍລວມມີ: ຜ້າອັດປາກ - ດັງປ້ອງກັນເຊື້ອໂລກ, ຜ້າອັດປາກ - ດັງປ້ອງກັນພະຍາດ, ຊຸດປ້ອງກັນເຊື້ອໂລກ ແລະ ຜະລິດຕະພັນຢາຊີວິພາບວິໄຈເຊື້ອໄວຣັດ SARS – CoV – 2 ໂດຍ ຫວຽດນາມຜະລິດດ້ວຍຍອດມູນຄ່າ ແມ່ນ 420.000 USD.