ລາວ: ມອບເງິນປະກອບສ່ວນ ສະກັດກັ້ນ ແລະ ຕ້ານໄວຣັສໂຄວິດ-19
ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມຄະນະ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານພັກແຂວງ ກໍຄື ປະຊາຊົນບັນດາເຜົ່າ ແຂວງບໍລິຄຳໄຊ ນຳເອົາເງິນ 100 ລ້ານກີບ ມາມອບໃຫ້ລັດຖະບານເພື່ອສົມທົບທຶນໃນການຕ້ານການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19).