ໄຟ​ໄໝ້​ປ່າ ແລະ ມົນ​ລະ​ພິດ​ທາງອາ​ກາດທີ່ຮ້າຍ​ແຮງ​ຢູ່ ລາວ

ໄຟ​ໄໝ້​ປ່າ ແລະ ມົນ​ລະ​ພິດ​ທາງອາ​ກາດທີ່ຮ້າຍ​ແຮງ​ຢູ່ ລາວ

ຍ​ສ​ໝ - ໄຟ​ໄໝ້ມັກ​ເກີດ​ຂຶ້ນ​ຢູ່​ລາວ ໃນຍາມ​ລະ​ດູ​ແລ້ງ ແລະ ລະດູຮ້ອນ, ດ້ວຍ​ອຸນ​ຫະ​ພຸມ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ຂຶ້ນ​ເຖິງ 39 ອົງ​ສາ ໃນຫຼາຍ​ວັນຕໍ່ເນື່ອງ. ວົງ​ການ​ເຈົ້າ​ໜ້າ​ທີ່​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ວ່າ ​ເຫດ​ໄຟ​ໄໝ້​ໂດຍ​ປະ​ຊາ​ຊົນ​ຈູດ​ປ່າ​ເຮັດ​ໄຮ່​ເພື່ອ​ກະ​ກຽມ​ໃຫ້​ແກ່​ລະ​ດູ​ການ​ຕໍ່​ໄປ​ອາດ​ຈະ​ຮ້າຍ​ແຮງ​ກ່​ວາ​ນີ້ອີກ.

ເນື້ອທີ່ປ່າຫລາຍກວ່າ 42 ພັນເຮັກຕາຢູ່ ແຂວງອຸດົມໄຊເສຍຫາຍຈາກໄຟໄໝ້

ເນື້ອທີ່ປ່າຫລາຍກວ່າ 42 ພັນເຮັກຕາຢູ່ ແຂວງອຸດົມໄຊເສຍຫາຍຈາກໄຟໄໝ້

ນັບແຕ່ຕົ້ນເດືອນເມສາ ນີ້ ໄດ້ເກີດສະພາບໄຟ​ໄໝ້ປ່າສະຫງວນ, ປ່າປ້ອງກັນ, ປ່າຜະລິດ ແລະ ປ່າປະເພດອື່ນໆ ເປັນບໍລິເວນກວ້າງຢູ່ຫລາຍເມືອງໃນທົ່ວແຂວງ​ເຮັດ​ໃຫ້​ເນື້ອ​ທີ່​ປ່າ​ໄມ້​ເສຍ​ຫາຍ​ຫລາຍ​ກວ່າ 42 ພັນເຮັກຕາ, ​ໃນ​ນັ້ນ ເມືອງໄຊ ເສຍຫາຍກວ່າ 18 ພັນເຮັກຕາ, ເມືອງຫລາ 2.525 ເຮັກຕາ, ນາໝໍ້ 7.670 ເຮັກຕາ, ເມືອງງາ 9.707 ເຮັກຕາ, ເມືອງແບ່ງ 1.700 ກວ່າເຮັກຕາ, ເມືອງຮຸນ 224 ເຮັກຕາ ແລະ ເມືອງປາກແບ່ງ 2.998 ເຮັກຕາ.