ເພີ່ມຄວາມສາມາດການຕິດຕາມໄພອັນຕະລາຍ ແລະ ການເຕື່ອນໄພພິບັດລ່ວງໜ້າ
ພິທີລົງນາມບົດບັນທຶກຂໍ້ຕົກລົງ ໂຄງການນຳໃຊ້ລະບົບການຕອບໂຕ້ໄພພິບັດ (DMRS) ເພື່ອເພີ່ມຄວາມສາມາດການຕິດຕາມໄພອັນຕະລາຍ ໃນການເຕືອນໄພພິບັດລ່ວງໜ້າຢູ່ລາວ ຈັດຂຶ້ນວັນທີ 18 ກຸມ ພາ 2020 ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ລະຫວ່າງ ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ ແລະ ທ່ານນາງ Victoria Leat ທີ່ປຶກສາສູນຄຸ້ມຄອງໄພພິບັດ ປະຈຳຂົງເຂດອາຊີ-ປາຊີຟິກ (PCD) ມີທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງ ຮສສ ທ່ານ Patrick Bowers ຮອງຜູ້ອຳນວຍການອົງການເພື່ອການພັດທະນາສາກົນ ສ ອາເມຣິກາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.