ສາກົນ ຊ່ວຍເຫລືອປະຊາຊົນ ທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ
ກອງປະຊຸມປຶກສາຫາລືກ່ຽວກັບການປະເມີນການຊ່ວຍເຫຼືອຈາກສາກົນ ເພື່ອຟື້ນຟູໄພພິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປຶ ຈັດຂຶ້ນໃນອາທິດແລ້ວນີ້ ທີ່ ກະຊວງການຕ່າງປະເທດ ເປັນປະທານຂອງທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ມີຮອງລັດຖະມົນຕີຈາກກະຊວງ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.