ຍສໝ - ເຄືອຂ່າຍນະວັດຕະກຳ ແລະ ປັນຍາຊົນ ຫວຽດນາມ ຢູ່ ໄຕ້ຫວັນ (VIN Taiwan) ຫາກໍປະສານງານກັບ ສູນນະວັດຕະກຳແຫ່ງຊາດ (NIC) ແລະ ໂຄງການທຶນການສຶກສາ INTENSE ຈັດຕັ້ງການພົບປະຊຸມຊົນປັນຍາຊົນ ຫວຽດນາມ ຢູ່ ໄຕ້ຫວັນ (ຈີນ) 2026. ນີ້ແມ່ນເຫດການເຊື່ອມຕໍ່ ແລະ ພົບປະແລກປ່ຽນປະຈຳປີຂະໜາດໃຫຍ່ ຂອງຊຸມຊົນປັນຍາຊົນ ຫວຽດນາມ ທີ່ພວມຮ່ອງຮຽນ, ຄົ້ນຄວ້າ ແລະ ເຮັດວຽກຢູ່ ໄຕ້ຫວັນ.
ສຳລັບເລື່ອງ ໄຕ້ຫວັນ ດຳເນີນການຍິງລູກປືນແທ້ຢູ່ເຂດທະເລອ້ອມເກາະ ບາບີ່ງ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງຫວຽດນາມ ແມ່ນການກະທຳລ່ວງລ້ຳອະທິປະໄຕຜືນແຜ່ນດິນຂອງຫວຽດນາມ ສຳລັບໝູ່ເກາະເຈື່ອງຊາ.
ຍສໝ - ອົງການການຄ້າ ຫ້ອງການເສດຖະກິດ ແລະ ວັດທະນະທຳຫວຽດນາມ ປະຈຳໄຕ້ຫວັນ (ກະຊວງອຸດສາຫະກຳ ແລະ ການຄ້າ) ໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້, ປະຕູຖານຂໍ້ມູນເອເລັກໂຕຣນິກພາສີໄຕ້ຫວັນ (ຈີນ) ໄດ້ປະກາດປັບປຸງຕາຕະລາງພາສີນຳເຂົ້າ.
ຍສໝ - ດ້ວຍຈຳນວນນັກສຶກສາໄປຮຽນຢູ່ຕ່າງປະເທດນັບມື້ນັບເພີ່ມຂຶ້ນ, ຫວຽດນາມ ໄດ້ກາຍເປັນປະເທດນຳໜ້າ ກ່ຽວກັບຈຳນວນນັກສຶກສາຕ່າງປະເທດ ຢູ່ໄຕ້ຫວັນ (ຈີນ).
ຍສໝ - ສະຖິຕິຈາກອົງການການຄ້າຕ່າງປະເທດໄຕ້ຫວັນ (BOFT) ສະແດງໃຫ້ເຫັນວ່າ ໃນ 8 ເດືອນຕົ້ນປີ 2021, ໄຕ້ຫວັນໄດ້ນໍາເຂົ້າຊາ ຫຼາຍກວ່າ 22,170 ໂຕນຈາກ 32 ຄູ່ຮ່ວມມືທົ່ວໂລກ, ໃນນັ້ນ 53,29% ແມ່ນຊາຂອງຫວຽດນາມ.
ຍສໝ - ງານວາງສະແດງ ແລະກອງປະຊຸມແລກປ່ຽນດ້ານການຄ້າສົ່ງເສີມຂະແໜງການຕ່ຳແຜ່ນຕັດຫຍີບຫວຽດນາມ - ໄຕ້ຫວັນ (ຈີນ) ປີ 2021 ຈັດຂຶ້ນຢູ່ຫໍວັດທະນະທຳມິດຕະພາບຫວຽດ - ໂຊ, ເລກທີ 91 ເຈີ່ນຮືງດ້າວ, ຮ່າໂນ້ຍ.
ຍສໝ - ມີນັກລົງທຶນໃຫຍ່ຂອງໄຕ້ຫວັນ 100 ຄົນ ຫາກໍ່ເຂົ້າຮ່ວມກອງປະຊຸມສຳມະນາສົ່ງເສີມການລົງທຶນມາຫວຽດນາມ ໄລຍະຫຼັງໂລກລະບາດໂຄວິດ - 19 ດ້ວຍຫົວຂໍ້ “ກຳແໜ້ນກາລະໂອກາດລົງທຶນໂດຍໄວ, ຫັນຄວາມສ່ຽງກາຍເປັນກາລະໂອກາດ” ທີ່ຫາກໍ່ໄດ້ຈັດຕັ້ງແບບທາງໄກໃນຫວ່າງມໍ່ໆມານີ້.
ຍສໝ - ໂຄງການໂດຍຫ້ອງການເສດຖະກິດ ວັດທະນະທຳ ຫວຽດນາມ ປະຈຳ ໄຕ້ຫວັນ (ຈີນ) ພ້ອມກັບການໜູນຊ່ວຍຂອງກະຊວງແຜນການ ການລຶງທຶນ - ສູນສົ່ງເສີມການລົງທຶນພາກເໜືອ ຂອງ ໄຕ້ຫວັນ ປະຕິບັດ. ເຂົ້າຮ່ວມກອງປະຊຸມສຳມະນາມີໂຮງຮຽນ ໄຕ້ຫວັນ 5 ແຫ່ງໄດ້ແນະນຳບັນດາໂຄງການທຶນການສຶກສາ ເດືອນກັນຍາ 2021.
ຍສໝ - ໂດຍຕອບສະໜອງຄຳຮຽກຮ້ອງວ່າ “ທົ່ວປວງຊົນເຂົ້າຮ່ວມການປ້ອງກັນການລະບາດຂອງພະຍາດ COVID-19”, ສະມາຄົມເພື່ອພັດທະນາເສດຖະກິດ, ວັດທະນະທຳ ແລະ ການສຶກສາໄຕ້ຫວັນ - ຫວຽດນາມ ໄດ້ມອບເງິນຈຳນວນ 20.000.000 ດົ່ງໃຫ້ແກ່ກອງທຶນປ້ອງກັນ ແລະ ຄວບຄຸມພະຍາດ COVID-19.
ຍສໝ - ທ່ານ ຫງວຽນແອັງຢຸງ ຫົວໜ້າຫ້ອງການເສດຖະກິດວັດທະນະທຳຫວຽດນາມ ປະຈຳ ໄທເປ ໃຫ້ຮູ້ວ່າ: ໃນເມື່ອກ່ອນ, ບັນດາກຸ່ມບໍລິສັດ ຍີ່ປຸ່ນ ແລະ ສ.ເກົາຫຼີ ແມ່ນນັກລົງທຶນຕົ້ນຕໍຂອງຂະແໜງເອເລັກໂຕນິກ, ແຕ່ຫວ່າງມໍ່ໆມານີ້, ຫວຽດນາມ ແມ່ນຈຸດພົ້ນເດັ່ນໃນການດຶງດູດບັນດາກຸ່ມບໍລິສັດເອເລັກໂຕນິກມາຈາກ ໄຕຫວັນ.
ຍສໝ - ວັນທີ 16 ພະຈິກ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ອົງການຕາງໜ້າຫວຽດນາມຢູ່ໄຕ້ຫວັນ, ຫ້ອງການເສດຖະກິດ ແລະ ວັດທະນະທຳຫວຽດນາມຢູ່ໄຕ້ຫວັນ (ຈີນ), ບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines) ແລະ ບັນດາອົງການທີ່ມີໜ້າທີ່ໄຕ້ຫວັນ ( ຈີນ) ໄດ້ປະສານງານເພື່ອປະຕິບັດ 2 ຖ້ຽວບິນທີ່ນຳສົ່ງພົນລະເມືອງຫວຽດນາມ ຫຼາຍກ່ວາ 340 ຄົນຈາກໄຕ້ຫວັນ ກັບຄືນ ປະເທດບ້ານ.
ຍສໝ - ວັນທີ 5 ຕຸລານີ້, ອົງການຜູ້ຕາງໜ້າຊາວຫວຽດນາມ, ສະຖານທູດຫວຽດນາມ, ຫ້ອງການເສດຖະກິດ ແລະ ວັດທະນະທຳຫວຽດນາມຢູ່ ໄຕ້ຫວັນ (ຈີນ), ສາຍການບິນ Bamboo Airways ແລະ ອົງການທີ່ມີໜ້າທີ່ໄຕ້ຫວັນ (ຈີນ) ໄດ້ຮ່ວມມືກັນຈັດຕັ້ງຖ້ຽວບິນ 2 ຖ້ຽວເພື່ອນຳສົ່ງພົນລະເມືອງຫວຽດນາມ ຫຼາຍກ່ວາ 350 ຄົນມາຈາກໄຕ້ຫວັນ (ຈີນ) ກັບຄືນປະເທດຢ່າງປອດໄພ.
ຍສໝ - ວັນທີ 9 ກັນຍາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ຫ້ອງການເສດຖະກິດ ແລະ ວັດທະນະທຳຫວຽດນາມ ປະຈຳໄຕ້ຫວັນ, ບໍລິສັດການບິນ Vietjet ແລະ ບັນດາອົງການທີ່ມີໜ້າທີ່ປະເທດໄຕ້ຫວັນ (ຈີນ) ໄດ້ຮ່ວມມືເພື່ອນໍາສົ່ງພົນລະເມືອງຫວຽດນາມຈຳນວນ 230 ຄົນ ໄດ້ກັບຄືນມາປະເທດຢ່າງປອດໄພ ຈາກໄຕ້ຫວັນ (ຈີນ).
ຍສໝ - ຫວ່າງມໍ່ໆນີ້, ບັນດາອົງການເຈົ້າໜ້າທີ່ຫວຽດນາມ, ຫ້ອງການເສດຖະກິດ ແລະ ວັດທະນະທຳ ຫວຽດນາມ ຢູ່ ດ່າຍບັກ, ການບິນແຫ່ງຊາດຫວຽດນາມ ແລະ ບັນດາອົງການເຈົ້າໜ້າທີ່ໄຕ້ຫວັນ ແລະ ຈີນ ໄດ້ປະສານງານເພື່ອດຳເນີນຖ້ຽວບິນນໍາສົ່ງພົນລະເມືອງຫວຽດນາມຫຼາຍກ່ວາ 340 ຄົນ ກັບຄືນປະເທດດ້ວຍຄວາມປອດໄພ.