ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIV: ປຸກລຸກທ່າແຮງບົ່ມຊ້ອນ, ຄວາມມຸ່ງມາດປາດຖະໜາສະຫລະອຸທິດຕົນ ຂອງແມ່ຍິງຫວຽດນາມ
ຍສໝ - ພາຍໃດຕອນເຊົ້າວັນທີ 18 ມິຖຸນາ, ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIV, ອາຍຸການ 2026 - 2031 ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ຢູ່ທີ່ສູນກາງກອງປະຊຸມແຫ່ງຊາດ (ຮ່າໂນ້ຍ). ພາຍໃດຫົວຂໍ້ "ຄວາມສາມັກຄີ - ຄວາມກ້າຫານ - ຄວາມໂອບເອື້ອອາລີ - ການປະຕິຮູບປະດິດສ້າງ - ການພັດທະນາ", ກອງປະຊຸມໃຫຍ່ໄດ້ເຕົ້າໂຮມເອົາຜູ້ແທນສົມບູນຈຳນວນ 789 ທ່ານ, ຊຶ່ງແມ່ນບັນດາແມ່ຍິງທີ່ເປັນແບບຢ່າງ, ຕາງໜ້າໃຫ້ແກ່ຊັ້ນຄົນແມ່ຍິງບັນດາເຜົ່າ, ສາສະໜາ, ຂົງເຂດວຽກງານ ແລະ ສ່ວນປະກອບໃນສັງຄົມ.