ປະທານ ໄກສອນ ພົມວິຫານ ເປັນຜູ້ນໍາພາ ລິເລີ່ມການປ່ຽນແປງໃໝ່ຢູ່ລາວ
ປະທານ ໄກສອນ ພົມວິຫານ ເປັນລູກຜູ້ປະເສີດຂອງປະຊາຊົນລາວ, ເປັນຜູ້ນຳການປະຕິວັດທີ່ເດັດດ່ຽວກ້າຫານ, ເປັນຜູ້ນຳທີ່ສະຫຼຽວສະຫຼາດຂອງພັກ ແລະ ການປະຕິວັດລາວ. ຜົນງານ, ຄຸນງາມຄວາມດີ, ແນວຄິດອັນສະຫຼຽວສະຫຼາດ ແລະ ສ່ອງໃສຂອງເພິ່ນຍືນຍົງຄົງຕົວຢູ່ນຳປະຊາຊົນລາວຕະຫຼອດໄປ.