World Vision ຫວຽດນາມ: ຊ່ວຍເຫຼືອນັກຮຽນ 10.000 ຄົນ ໃນການຍົກສູງຄວາມຮັບຮູ້ກ່ຽວກັບບັນຫາການໃຊ້ຄວາມຮຸນແຮງໃນໂຮງຮຽນ
ຍສໝ - ດ້ວຍງົບປະມານກ່ວາ 4,9 ຕື້ດົ່ງ, ໂຄງການ “ຫ້ອງຮຽນມ່ວນຊື່ນ | Hope in Class ”, ອຸປະທໍາ ໂດຍ ກຸ່ມບໍລິສັດ Orion Group ແລະ ບໍລິສັດ Orion Food Vina, ຄາດວ່າຈະຖືກຈັດຕັ້ງປະຕິບັດໃນສາມປີ (ແຕ່ເດືອນເມສາ 2020 ຫາ ເດືອນກັນຍາ 2022), ເຊິ່ງມີນັກຮຽນ 10.000 ຄົນ ທີ່ມາຈາກໂຮງຮຽນ 40 ແຫ່ງ ໃນແຂວງແທງຮວາ (ເມືອງເທື່ອງຊວນ, ບາເທືອກ ແລະ ລາງແຈງ) ແລະ ນະຄອນຫາຍຟ່ອງ (ເມືອງ ໂງກວ່ຽນ).