ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ປະຕິບັດສໍາເລັດໜ້າທີ່ສາກົນ
ວັນທີ 27 ພຶດສະພາ, ທີ່ສະໜາມບິນສາກົນເຕິນເຊິນເຍີດ, ກົມຮັກສາສັນຕິພາບຫວຽດນາມ ສົມທົບກັບໂຮງໝໍກອງທັບ 175 ແລະອົງການທີ່ກ່ຽວຂ້ອງຈັດຕັ້ງພິທີຕ້ອນຮັບໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຄັ້ງທີ 2 ກັບເມືອປະເທດ.
ວັນທີ 27 ພຶດສະພາ, ທີ່ສະໜາມບິນສາກົນເຕິນເຊິນເຍີດ, ກົມຮັກສາສັນຕິພາບຫວຽດນາມ ສົມທົບກັບໂຮງໝໍກອງທັບ 175 ແລະອົງການທີ່ກ່ຽວຂ້ອງຈັດຕັ້ງພິທີຕ້ອນຮັບໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຄັ້ງທີ 2 ກັບເມືອປະເທດ.
ຮຸ່ງເຊົ້າວັນທີ 24 ເມສາ, ເຮືອບິນ C-17 ຂອງທະຫານອາກາດລາດຊະວົງອົດສະຕາລີ ໄດ້ບັນທຸກສະມາຊິກຂອງໂຮງໝໍກາງສະໜາມ ຂັ້ນ 2 ເລກ 2 ຈໍານວນ 32 ຄົນ ຈາກ ສ.ຊູດັງໃຕ້ ກັບເມືອປະເທດຄັ້ງທີ 2, ໄດ້ລົງຈອດຢ່າງປອດໄພທີ່ສະໜາມບິນສາກົນໂນ້ຍບ່າຍ. ກ່ອນໜ້ານັ້ນ, ສະມາຊິກຂອງໂຮງໝໍກາງສະໜາມ ຂັ້ນ 2 ເລກ 2 ຈໍານວນ 31 ຄົນ ໄດ້ກັບເມືອປະເທດໃນຄັ້ງທີ 1 ຢ່າງປອດໄພແລ້ວ.
ຍສໝ - ການປະກອບສ່ວນຂອງຫວຽດນາມ ສຳລັບບັນດາການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ໄດ້ຮັບການຕີລາຄາສູງຈາກປະຊາຄົມ ສາກົນ, ບັນດາຄະນະປະຕິບັດງານຂອງ ສປຊ ແລະບັນດາອົງການຈັດຕັ້ງສາກົນ...
ບໍ່ພຽງແຕ່ປະຕິບັດໜ້າທີ່ວິຊາສະເພາະຂອງບັນດາແພດໝໍໃສ່ໝວກເບເລສີຟ້າ ສົ່ງເສີມສຸຂະພາບໃຫ້ກໍາລັງຮັກສາສັນຕິພາບສະຫະປະຊາຊາດ (ສປຊ), ບັນດາແພດໝໍຫວຽດນາມ ຢູ່ໂຮງໝໍກາງສະໜາມຂັ້ນ 2 ເລກ 2 ເຂົ້າຮ່ວມຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້ (UNMISS) ເທົ່ານັ້ນຫາກຍັງຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວສົມທົບກັນລະຫວ່າງການແພດທະຫານ-ປະຊາຊົນ (CIMIC), ປະກອບສ່ວນສ້າງຄວາມປະທັບໃຈທີ່ດີງາມກ່ຽວກັບຮູບພາບທະຫານໃສ່ໝວກເບເລສີຟ້າ ສປຊ ເວົ້າລວມ ແລະຮູບພາບກອງທັບປະຊາຊົນຫວຽດນາມ ເວົ້າສະເພາະໃນສາຍຕາເພື່ອນມິດສາກົນກໍ່ຄືປະຊາຊົນປະເທດປະຈຳຖິ່ນ.