ກອງ​​ກຳ​ລັງ​ທີ 2 ຂອງ ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ເດີນ​ທາງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ຊູ​ດັງ​ໃຕ້

ກອງ​​ກຳ​ລັງ​ທີ 2 ຂອງ ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ເດີນ​ທາງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ຊູ​ດັງ​ໃຕ້

ທ່ານພົນຈັດຕະວາ ຮວ່າງກິມຟຸ້ງ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ, ຫວັງວ່າ ພົນທະຫານເສນາຮັກ ຈະສືບທອດ, ເສີມຂະຫຍາຍໝາກຜົນ, ຜົນງານ ແລະ ບົດຮຽນປະສົບການທີ່ບັນລຸໄດ້ໃນໄລຍະຜ່ານມາໃຫ້ເປັນຢ່າງດີ, ປະຕິບັດສຳເລັດໜ້າທີ່; ພ້ອມທັງປະຕິບັດບົດບາດເປັນ “ທູດ” ແຫ່ງສັນຕິພາບ ແລະ ນ້ຳໃຈມິດຕະພາບ, ປະກອບສ່ວນຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງບົດບາດຂອງປະເທດຊາດ ແລະ ກອບທັບປະຊາຊົນ ຫວຽດນາມ ໃນເວທີສາກົນ.

ແຜ່​ຂະ​ຫຍາຍ​ຈິດ​ໃຈ​ທຳ​ການ​ກຸ​ສົນ​ຂອງ ທ່ານ​ໝໍ​ທະ​ຫານ ຫວຽດ​ນາມ ຢູ່ ຊູ​ດັງ​ໃຕ້

ແຜ່​ຂະ​ຫຍາຍ​ຈິດ​ໃຈ​ທຳ​ການ​ກຸ​ສົນ​ຂອງ ທ່ານ​ໝໍ​ທະ​ຫານ ຫວຽດ​ນາມ ຢູ່ ຊູ​ດັງ​ໃຕ້

ຍ​ສ​ໝ - ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 92 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ (ວັນ​ທີ 3 ກຸມ​ພາ ປີ 1930) ແລະ ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ປີ​ຂານ 2022, ໂຮງ​ໝໍ​ກາງ​ສະ​ໜາມ​ຂັ້ນ 2 ເລກ 3 (BVDC 2.3) ຂຶ້ນ​ກັບ​ກຳ​ລັງ​ເຂົ້າ​ຮ່ວມ​ການ​​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຂອງ ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ໜ່ວຍ​ງານ​ຕຳຫຼວດ ກາ​ນາ FPU ຈັດ​ຕັ້ງ​ການ​ໄປ​ທຳ​ການ​ກຸ​ສົນ​ຄັ້ງ​ທ​ຳ​ອິດ​ໃນ​ປີ 2022 ຢູ່​ຄຸກ​ສູນ​ກາງ Bentiu (ຊູ​ດັງ​ໃຕ້).