"ໂຮ່ຈີມິນ ຄົບຊຸດ" ຊ່ວຍຮັດແໜ້ນສາຍພົວພັນພິເສດ ຫວຽດນາມ - ລາວ ຕື່ມອີກ

ຍສໝ - ຕາມການລາຍງານຂອງນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN) ປະຈຳ ລາວ, ໃນວັນທີ 24 ມິຖຸນາ, ຢູ່ທີ່ນະຄອນຫຼວງວຽງຈັນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລາວ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດ ສົມທົບກັບກອງປະຊຸມເຜີຍແຜ່, ກຳແໜ້ນການນຳໃຊ້ບົດນິພົນ "ໂຮ່ຈີມິນ ຄົບຊຸດ" ໃຫ້ແກ່ພະນັກງານ, ຄູອາຈານ ແລະ ນັກສຶກສາຂອງສະຖາບັນ. ນີ້ແມ່ນເຫດການທີ່ມີຄວາມໝາຍ ເພື່ອມຸ່ງໄປສູ່ບັນດາວັນສະເຫຼີມສະຫຼອງໃຫຍ່ຂອງສອງປະເທດ ເຊັ່ນ: ວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຄົບຮອບ 136 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 49 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ລາວ ຄົບຮອບ 64 ປີ. ເຫດການດັ່ງກ່າວ ໄດ້ຈົດບັນທຶກບາດກ້າວຂະຫຍາຍຕົວໃໝ່ ພາຍໃດການຮ່ວມມືວິໄຈທິດສະດີ ແລະ ການສຶກສາອົບຮົມການເມືອງ ລະຫວ່າງ ສອງພັກ, ສອງລັດ, ປະກອບສ່ວນນຳເອົາສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄວາມສາມັກຄີພິເສດ ຫວຽດນາມ - ລາວ ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.