ຍສໝ - ໃນ 3 ປີຜ່ານມາ, ໂຄວິດ - 19 ໄດ້ເຮັດໃຫ້ເພີ່ມໄລຍະຫ່າງລະຫວ່າງຄົນທຸກຍາກ ແລະ ຄົນຮັງມີ, ກໍ່ຜົນກະທົບຢ່າງຮ້າຍແຮງຕໍ່ການພັດທະນາເສດຖະກິດ ສັງຄົມຢູ່ບັນດາປະເທດພວມພັດທະນາ, ພິເສດແມ່ນຢູ່ເຂດອາຟຼິກກາ ແລະ ບັນດາປະເທດໝູ່ເກາະ. ມີກ່ວາ 1/3 ປະຊາກອນໂລກ ຍັງບໍ່ທັນໄດ້ຮັບການສັກວັກຊິນກັນໂຄວິດ - 19 ເຂັ້ມທຳອິດ. ໄປຄຽງຄູ່ກັນນັ້ນ, ຄາດວ່າໂລກ ບໍ່ຫຼີກລ້ຽງຈາກໂລກລະບາດໃໝ່ໃນອະນາຄົດ, ເພາະສະນັ້ນ ມວນມະນຸດຕ້ອງກະກຽມໃຫ້ແກ່ບັນດາໂລກລະບາດທີ່ອາດຈະເກີດຂຶ້ນ.
ຍສໝ - ເອື້ອຍ Patthida Bunchavalit (ເກີດປີ 1981 ມາຈາກປະເທດໄທ) ມາ ຫວຽດນາມ ເປັນນັກຄົ້ນຄວ້າ ແລະປ້ອງກັນບົດວິທະຍານິພົນປະລິນຍາເອກ ທີ່ ຄະນະພາສາສາດ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ (ຮ່າໂນ້ຍ), ໃຫ້ຮູ້ວ່າ: ຍ້ອນພະຍາດໂຄວິດ-19, ປີ 2021, ເອື້ອຍໄດ້ຢູ່ຫວຽດນາມ ຕ້ອນຮັບບຸນເຕັດ ແລະ ມີຄວາມຊົງຈຳທີ່ດີງາມຫຼາຍຢ່າງ.
ອາເມລິກາຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອ ແມ່ນ 48.517.370 ຄົນ, ໃນນັ້ນມີຜູ້ເສຍຊີວິດ 791.048 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.
ວັກຊິນກັນພະຍາດໂຄວິດ-19 ກຳລັງຈະສົ່ງມາຮອດຫວຽດນາມດ້ວຍຈຳນວນຫຼາຍ, ແຕ່ມີຫຼາຍຊະນິດ. ສະນັ້ນ, ກະຊວງສາທາລະນະສຸກ ຫວຽດນາມ ຕ້ອງຈັດແບ່ງໃຫ້ເໝາະສົມກັບແຕ່ລະທ້ອງຖິ່ນ ເພື່ອຮັບປະກັນຄວາມຄືບໜ້າໃນການສັກວັກຊີນໃຫ້ໄວທີ່ສຸດເທົ່າທີ່ສາມາດເຮັດໄດ້, ໂດຍສະເພາະແມ່ນຢູ່ບັນດາແຂວງທາງພາກຕາເວັນຕົກ ແລະ ເຂດ ໄຕ່ງວຽນ, ເຊີ່ງແມ່ນເຂດທີພະຍາດກຳລັງຜັນແປຢ່າງສັບສົນ.
ຫວ່າງແລ້ວນີ້, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ພະອາຈານ ທິກມິງກວາງ, ຫົວໜ້າຄະນະປະສານງານພຸດທະສາສະໜາ ຫວຽດນາມ ໄດ້ມອບເຄື່ອງໃຊ້ທີ່ຈຳເປັນ ລວມມູນຄ່າ 25 ລ້ານກີບ ໃຫ້ແນວລາວສ້າງຊາດ ເພື່ອແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນລາວບັນດາເຜົ່າ ທີ່ພວມໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19.
ໄລ່ຮອດເວລາ 1 ໂມງຂອງວັນທີ 11 ກັນຍາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 224,644 ລ້ານຄົນ ແລະ ມີກວ່າ 4,630 ລ້ານ ຄົນເສຍຊີວິດ.
ໃນສານ, ໂດຍຕາງໜ້າ ພັກ, ລັດຖະບານ ແລະ ປະຊາຊົນ ລາວ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມແບ່ງເບົາ ແລະ ເຫັນອົກເຫັນໃຈ ໄປຍັງ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ເປັນຕົ້ນແມ່ນບັນດາທ້ອງຖິ່ນທີ່ມີຜູ້ຕິດເຊື້ອໂຄວິດ - 19ໃນຊຸມຊົນເປັນຈຳນວນຫຼາຍ.
ພາຍຫລັງ 01 ປີທີ່ຮັບມື ແລະ ປັບຕົວໃຫ້ແທດເໝາະກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ 19, ມີວິສາຫະກິດຫລາຍແຫ່ງ ເປັນຕົ້ນແມ່ນວິສາຫະກິດຂະຫນາດກາງ ແລະ ນ້ອຍ ຊອກໄດ້ທິດກ້າວເດີນຢ່າງເໝາະສົມ, ຄ່ອຍໆນຳການເຄື່ອນໄຫວດຳເນີນທຸລະກິດເປັນປົກກະຕິ ແລະ ກ້າວຂຶ້ນເທື່ອລະກ້າວ. ຕົວຈິງສະແດງໃຫ້ເຫັນວ່າ ເລື່ອງເປັນເຈົ້າການໃນການສ້າງວິທີການ ແລະ ມາດຕະການຢ່າງມີຫົວຄິດປະດິດສ້າງ, ໄຫວພິບແມ່ນປັດໄຈຫລັກແຫລ່ງ, ຕັດສິນຊີ້ຂາດເຖິງເລື່ອງວິສາຫະກິດຈະຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດຄືແນວໃດ.
ປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງແມ່ນ ອາເມລິກາ.
ຍສໝ - ທ່ານເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ໃຫ້ຮູ້ວ່າ ໝາກຜົນສຳຄັນທີ່ສຸດທີ່ບັນລຸໄດ້ທີ່ກອງປະຊຸມ AEM – 52 ຄັ້ງນີ້ ສຳລັບຫວຽດນາມ ແມ່ນເລື່ອງບັນດາທ່ານລັດຖະມົນຕີໄດ້ເຫັນດີເປັນເອກະພາບຈະສືບຕໍ່ຍູ້ແຮງການປະຕິບັດບັນດາຂໍ້ລິເລີ່ມ, ການບຸລິມະສິດ ເສດຖະກິດໂດຍຫວຽດນາມ ຍົກອອກໃຫ້ປີປະທານ.
ຍສໝ - ສຳນັກຂ່າວສານ Bloomberg (ອາເມລິກາ) ຫາກໍ່ໃຫ້ຂໍ້ສັງເກດວ່າ ຫວຽດນາມແມ່ນແບບຢ່າງທີ່ດີໃຫ້ທົ່ວໂລກປະຕິບັດຕາມກ່ຽວກັບການຟື້ນຟູດ້ານການທ່ອງທ່ຽວພາຍຫຼັງໂລກລະບາດ Covid – 19, ໃນນັ້ນໄດ້ສຸມໃສ່ເຂົ້າໃນດ້ານແຂກທ່ອງທ່ຽວພາຍໃນປະເທດ.
ຍສໝ - ໄລ່ຮອດເວລາ 1 ໂມງເຄິ່ງຂອງວັນທີ 19 ເມສາ, ໃນໂລກໄດ້ມີຜູ້ຕິດເຊື້ອ Covid – 19 ທັງໝົດ 2.330.921 ຄົນ ໃນນັ້ນມີຜູ້ເສຍຊີວິດ 160.755 ຄົນ.
ຍສໝ - 6 ເນື້ອໃນໜູນຊ່ວຍໂດຍກົງເປັນເງິນສົດ ຫຼື ຜ່ານທະນາຄານນະໂຍບາຍເພື່ອໃຫ້ວິສາຫະກິດກູ້ຢືມຈ່າຍເງິນເດືອນໃຫ້ແກ່ຜູ້ອອກແຮງງານ, 2 ນະໂຍບາຍໜູນຊ່ວຍພິເສດກ່ຽວຂ້ອງເຖິງການແກ່ຍາວເວລາຈ່າຍຄ່າປະກັນໄພສັງຄົມ, ການແກ່ຍາວເວລາ, ຍົກເວັ້ນການຈ່າຍປະກັນໄພວ່າງງານ.
ຍສໝ - ບົດຂຽນໄດ້ເຕື້ອງເຖິງບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຂອງຫວຽດນາມເລີ່ມແຕ່ທຳອິດຈົນເຖິງປັດຈຸບັດ.
ຍສໝ - ອັດຕາການເຕີບໂຕຂອງ ອາຊີຕາເວັນອອກ - ປາຊີຟິກຈະຫຼຸດແຕ່ ລະດັບ 5,8% ຂອງປີ 2019 ລົງ 2,1%ໃນປີ 2020.
ຍສໝ - ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີໃຫ້ລັດຖະສະພາແຕ່ລະປະເທດສະມາຊິກ AIPA ພ້ອມກັນຮ່ວມເດີນທາງ, ຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານບັນດາປະເທດ ອາຊຽນ ຮັບມືກັບໂລກລະບາດ.
ຍສໝ - ຫຼາຍປະເທດຍັງໄດ້ຜັນຂະຫຍາຍບັນດາມາດຕະການທາງການທູດຢ່າງແຮງ ທີ່ບໍ່ເຄີຍມີມາກ່ອນຕື່ມອີກຄື: ປິດປະຕູເຂດຊາຍແດນ, ຫ້ານການເຂົ້າເມືອງ, ຫ້າມບິນ….
ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ເຊີແນວປະເທດ, ສະວິດ, ທ່ານ ຟ້າມກວາງຮ້ຽວ - ຜູ້ຊ່ວຍວຽກທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການພົບປະ ແລະ ເຮັດວຽກກັບທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus ຢູ່ສຳນັກງານ ຂອງ WHO ທີ່ເຊີແນວ ເມື່ອວັນທີ 6 ມີນາ.
ຍສໝ - ໃນວັນທີ 6 ມີນາ ອົງການອະນາໄມໂລກ (WHO) ໄດ້ສະເໜີໃຫ້ທຸກໆປະເທດໃນໂລກວາງເປົ້າໝາຍສະກັດກັ້ນ, ຕ້ານໂລກລະບາດ Covid – 19 ຢູ່ແຖວໜ້າ. ຄຽງຄູ່ກັນນັ້ນ, WHO ກໍ່ໄດ້ສະເໜີໃຫ້ບັນດາປະເທດຈຳກັດການໂຕ້ຖຽງກັນ, ສຸມໃສ່ເຂົ້າການຄວບຄຸມໂລກລະບາດ.