ຍສໝ - ຕອນເຊົ້າວັນທີ 23 ກຸມພາ, ທີ່ສຳນັກງານໃຫຍ່ຂອງພັກແນວໂຮມປົດປ່ອຍໂມຊຳບິກ (FRELIMO), ທ່ານນາງ ເຈິ່ນທິທູທິນ ເອກອັກຄະລັດຖະທູດຫວຽດນາມ ປະຈຳໂມຊຳບິກ ໄດ້ມອບເງິນບໍລິຈາກຈຳນວນ 100.000 ໂດລາສະຫະລັດ ຈາກພັກ, ລັດ ແລະ ປະຊາຊົນຫວຽດນາມ ເພື່ອສະໜັບສະໜູນປະຊາຊົນໂມຊຳບິກໃນການແກ້ໄຂບັນຫານ້ຳຖ້ວມ ແລະ ຝົນຕົກໜັກໃຫ້ທ່ານເລຂາໃຫຍ່ພັກ FRELIMO, Chakil Aboobacar.
ຍສໝ - ວັນທີ 12 ກຸມພາ (ຕາມເວລາທ້ອງຖິ່ນ), ສະຖານທູດຫວຽດນາມ ປະຈຳໂມຊຳບິກ ໄດ້ຈັດກອງປະຊຸມກັບບັນດາອົງການສື່ມວນຊົນ ແລະ ສື່ມວນຊົນສຳຄັນປະຈຳໂມຊຳບິກ ເພື່ອເພີ່ມທະວີການຮ່ວມມືລະຫວ່າງສະຖານທູດ ແລະ ສື່ມວນຊົນໂມຊຳບິກ; ຜ່ານນັ້ນເພີ່ມທະວີການເຜີຍແຜ່ຂໍ້ມູນຂ່າວສານພາຍນອກ ແລະ ໂຄສະນາປະເທດ ແລະ ປະຊາຊົນຫວຽດນາມ ແລະ ໂມຊຳບິກ.
ຍສໝ - ຕອນບ່າຍວັນທີ 20 ຕຸລາ, ທ່ານນາງເອກອັກຄະລັດຖະທູດຫວຽດນາມ ປະຈຳ ໂມຊຳບິກ ເຈີ່ນທິທູຖີນ ໄດ້ມີການພົບປະກັບທ່ານ Paulo Chachine ລັດຖະມົນຕີກະຊວງພາຍໃນ ໂມຊຳບິກ.
ຕອນເຊົ້າວັນທີ 22 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ໂມຊຳບິກ Esperanca Laurinda Francisco Nhiuane Bias, ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດ ຫວຽດນາມ.
ຍສໝ - ທ່ານ ຫງວຽນຊວັນຖັ໊ງ ປາດຖະໜາຢາກເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍໃນບັນດາຂົງເຂດ: ການສຶກສາ ແລະ ບຳລຸງສ້າງ; ຄົ້ນຄວ້າ, ແລກປ່ຽນທາງດ້ານວິຊາການສຶກສາກ່ຽວກັບນະໂຍບາຍສາທາລະນະ.
ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນຫຼວງ Maputo, ສະຖານທູດຫວຽດນາມປະຈຳໂມຊຳບິກ ໄດ້ຈັດຕັ້ງພິທີບໍລິຈາກ ເພື່ອສະໜັບສະໜູນກອງທຶນວັກຊີນປ້ອງກັນ ແລະ ຄວບຄຸມ COVID-19. ການລະດົມທຶນດັ່ງກ່າວນີ້ ໄດ້ດຳເນີນແຕ່ວັນທີ 9 - 19 ມິຖຸນາ 2021.
ຍສໝ - ທ່ານລັດຖະມົນຕີການຕ່າງປະເທດໂມຊຳບິກ, ໄດ້ສະແດງຄວາມຫວັງວ່າ ຫວຽດນາມຈະສືບຕໍ່ແບ່ງປັນປະສົບການທີ່ໄດ້ມາຈາກຜົນສຳເລັດຂອງຕົນ ເພື່ອຊ່ວຍໃຫ້ ໂມຊຳບິກ ໄດ້ເຄື່ອນໄຫວໄດ້ໄວກ່ວາເກົ່າໃນວິວັດການເຊື່ອມໂຍງ.