ຍສໝ - ຢູ່ທ່າມກາງເນື້ອທີ່ອັນເກົ່າແກ່ຂອງ ສູນກາງຕົວເມືອງໂບຮານ Wroclaw (ປະເທດ ໂປໂລຍ), ເທສະການວັດທະນະທຳ ຫວຽດນາມ ໄດ້ດຶງດູດປະຊາຊົນທ້ອງຖິ່ນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມຢ່າງຫຼວງຫຼາຍ ດ້ວຍບັນດາການເຄື່ອນໄຫວດ້ານວັດທະນະທຳ, ສິລະປະ ແລະ ອາຫານການກິນອັນໂດດເດັ່ນ, ປະກອບສ່ວນໂຄສະນາພາບພົດປະເທດຊາດ, ຊາວ ຫວຽດນາມ ສູ່ເພື່ອນມິດສາກົນ.
ຍສໝ - ໄລຍະຜ່ານມາ, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂປໂລຍ ໄດ້ເປັນປະທານ, ສົມທົບຮ່ວມກັບ ສະມາຄົມວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ປະຈຳ ໂປໂລຍ ແລະ ສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ໂປໂລຍ ຈັດຕັ້ງກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້ "ປັນຍາຊົນ ຫວຽດນາມ ຢູ່ ໂປໂລຍ ກັບພາລະກິດການພັດທະນາວິທະຍາສາດເຕັກໂນໂລຊີ ຫວຽດນາມ".
ຍສໝ - ໃນຂອບເຂດການຢ້ຽມຢາມ, ເຮັດວຽກຢູ່ ໂປໂລຍ ແຕ່ວັນທີ 5-8 ກໍລະກົດ 2025, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ເລທິທູຮັ່ງ ໄດ້ໄປຢ້ຽມຢາມ ແລະ ຮຽນຮູ້ສະພາບການຂອງປະຊາຄົມຊາວ ຫວຽດນາມ ຢູ່ ໂປໂລຍ.
ຍສໝ - ຕອນບ່າຍວັນທີ 16 ມີຖຸນາ 2024, ຢູ່ນະຄອນຫຼວງ Warszawa, ໂປໂລຍ, ຜູ້ຕາງໜ້າຂອງເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີລົບ ໄດ້ມອບເງິນໂດຍບັນດາສະມາຊິກຂອງເວທີປາໄສຈາກ 14 ປະເທດ ເອີລົບ ເພື່ອບໍລິຈາກສະໜັບສະໜູນຍາດຕິພີ່ນ້ອງຄົນຄ້າຂາຍຂະໜາດນ້ອຍທີ່ຖືກຜົນສະທ້ອນຈາກໄຟໄໝ້ສູນການຄ້າຢູ່ ໂປໂລຍ.
ຍສໝ - ວັນທີ 17 ພຶດສະພານີ້, ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ໄດ້ເລີ່ມດຳເນີນວຽກງານກົງສຸນເພື່ອຮັບ, ແກ້ໄຂເອກະສານຂອງປະຊາຊົນທີ່ຖືກເສຍຫາຍໃນໄຟໄໝ້ສູນການຄ້າ Marywilska 44. ປະຊາຊົນຫຼາຍຄົນ ໄດ້ອອກເອກະສານໃໝ່ ຫລັງຈາກໄດ້ຍື່ນເອກະສານແລ້ວປະມານ 1 ຊົ່ວໂມງ.
ຍສໝ - ຫວ່າງແລ້ວນີ້, ຄະນະປະຕິບັດງານຂອງກະຊວງການເງິນ ໂດຍທ່ານຮອງລັດຖະມົນຕີ ຫວໍແທງຮື່ງ ເປັນຫົວໜ້າຄະນະໄດ້ໄປ ຢ້ຽມຢາມ ໂປໂລຍ ເພື່ອແນໃສ່ແລກປ່ຽນເນື້ອໃນ ແລະ ປະສົບການກ່ຽວກັບການຄຸ້ມຄອງ ແລະ ຕີລາຄາຄວາມສ່ຽງປີການເງິນ, ໜີ້ສາທາລະນະ; ການປະຕິຮູບລະບົບພາສີອາກອນໃນສະພາບການໃຫມ່ ແລະ ການຈັດແບ່ງງົບປະມານ.
ຍສໝ - ຫວ່າງແລ້ວນີ້, ຢູ່ Warsaw, ປະຊາຄົມຊາວຫວຽດນາມ ອາໄສຢູ່ ໂປໂລຍ ໄດ້ສົມທົບກັບສະໂມສອນ ຮ່າແທ່ງ ເພື່ອສະເຫຼີມສະຫຼອງ 68 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954 – 10/10/2022).
ຍສໝ - ຕອນເຊົ້າວັນທີ 23 ສິງຫາ, ກະຊວງສາທາລະນະສຸກ ໄດ້ຮັບວັກຊີນປ້ອງກັນຕ້ານ ພະຍາດໂຄວິດ -19 ຂອງ AstraZeneca ຈຳນວນ 501.600 ໂດສ ໂດຍລັດຖະບານໂປໂລຍ ອຸປະຖຳໃຫ້ຫວຽດນາມເພື່ອປ້ອງກັນການລະບາດ.
ຍສໝ - ຕອນບ່າຍວັນທີ 21 ສິງຫາ 2021, ສູນວັດທະນະທຳມະໂນຈິດ ປະຊາຄົມຊາວຫວຽດນາມຢູ່ໂປໂລຍ ໄດ້ຈັດຕັ້ງງານບຸນວູລານ ຢ່າງສົມກຽດ ເພື່ອຕອບບຸນແທນຄຸນພໍ່ແມ່ ພ.ສ 2565 (ຄ.ສ 2021) ທີ່ວັດ ເຍິນຫວ່າ ປະເທດໂປໂລຍ.
ຍສໝ - ທ່ານຮອງລັດຖະມົນຕີຫວຽດນາມ ໄດ້ຢືນຢັນວ່າ ຫວຽດນາມຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານ ກັບປະເທດໂປໂລຍ ເຊິ່ງເປັນຄູ່ຮ່ວມມືມິດຕະພາບທີ່ເປັນມູນເຊື້ອຂອງຫວຽດນາມຢູ່ເອີຣົບ.
ຍສໝ - ເຈົ້າຂອງຮ້ານອາຫານແມ່ນ ອ້າຍ ຫງວຽນຊວນເຊີນ. ອ້າຍ ເຊີນ ໄດ້ຍ້າຍມາປະເທດໂປໂລຍໃນປີ 2007 ດ້ວຍຄວາມຫວັງທີ່ຈະຊອກຫາວຽກເຮັດງານທຳທີ່ດີ. ວຽກທຳອິດຂອງລາວປະເທດໂປໂລຍແມ່ນຜູ້ຊ່ວຍຄົວ. ຮອດປີ 2011, ລາວໄດ້ກາຍເປັນຫົວໜ້າພໍ່ຄົວຂອງຫລາຍໆຮ້ານອາຫານໃນໂປໂລຍ.