ຜັນຂະຫຍາຍບັນດາມາດຕະການເພື່ອເຮັດໃຫ້ການພົວພັນຫວຽດນາມ - ໂຕໂກ ເລິກເຊິ່ງກ່ວາອີກ
ຍສໝ - ໂດຍຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ, ເຊື່ອມໂຍງກັບພາກພື້ນ ແລະ ປະຊາຊົນອາໄສຢູ່ຕ່າງປະເທດ ສ.ໂຕໂກ, ຕອນບ່າຍວັນທີ 8 ມັງກອນນີ້, ທີ່ສຳນັກງານປະທານປະເທດ, ທ່ານ ປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ສະເໜີໃຫ້ສອງຝ່າຍສົມທົບກັນເພື່ອຜັນຂະຫຍາຍບັນດາມາດຕະການເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກ່ວາອີກ, ພິເສດແມ່ນເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ ແລະ ທຸກຂັ້ນ ເພື່ອຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງພື້ນຖານອັນໜັກແໜ້ນຊຸກຍູ້ການຮ່ວມມືໃນທຸກຂົງເຂດ; ເພີ່ມທະວີການປະສານງານ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ບັນດາອົງການຈັດຕັ້ງພາກພື້ນ ແລະ ສາກົນ ເຊັ່ນ ສະຫະປະຊາຊາດ, ຂະບວນການບໍ່ເຊື່ອມຕໍ່, ອົງການພາສາຝຣັ່ງ, ສະຫະພາບອາຟຼິກາ...