ລາວ: ໂຈະອອກໃບອະນຸຍາດຕັ້ງຮ້ານແລກປ່ຽນເງິນຕາ
ຍສໝ - ເພື່ອເຮັດໃຫ້ບຸກຄົນ ແລະ ນິຕິບຸກຄົນທີ່ມີຈຸດປະສົງການດຳເນີນທຸລະກິດແລກປ່ຽນເງິນຕາ ໄດ້ຮັບຊາບຢ່າງທົ່ວເຖິງ ກົມນະໂຍບາຍເງິນຕາ ທຫລ ໄດ້ສືບຕໍ່ແຈ້ງໂຈະການອອກໃບອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາໃນທົ່ວປະເທດຕື່ມອີກ ໂດຍໄດ້ອອກແຈ້ງການ ເລກທີ 571/ກນງ ລົງວັນທີ 10 ພຶດສະພາ 2019 ເຊິ່ງລະບຸວ່າ: ທຫລ ຈະສືບຕໍ່ໂຈະການຮັບເອກະສານຄຳຮ້ອງ ແລະ ການອອກໃບອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາໃນຂອບເຂດທົ່ວປະເທດ ຈົນກວ່າຈະມີແຈ້ງການສະບັບໃໝ່ປ່ຽນແທນ.