ຍສໝ - ຂໍສົ່ງກັບຄືນໄປຫາແຜ່ນດິນບ້ານເກີດເມືອງນອນສຳລັບຄວາມປາຖະໜາອັນລຽບງ່າຍ ແລະ ມີຊີວິດແບບສາມັນ. ແລະຂໍຖະຫວາຍບັນດາຄວາມມຸ່ງມາດປາຖະໜາ ແລະ ແຜນການມາຍັງທ່ານ ເພື່ອປະກອບສ່ວນເຂົ້າໃນຄວາມສຸກ, ຄວາມຈະເລີນຮຸ່ງເຮືອງ, ມະຫາສາມັກຄີຂອງປວງຊົນທັງຊາດ. ວາລະສານ ຍຸກສະໄໝ ຂໍຖືເປັນກຽດທີ່ໄດ້ສົ່ງຄວາມມຸ່ງມາດປາຖະໜາຂອງຊາວຫວຽດນາມຢູ່ຕ່າງປະເທດ ໄປຍັງເພື່ອນຜູ້ອ່ານ.
ຕາມທ່ານລັດຖະມົນຕີ ຫງວຽນຈິຢຸງ ແລ້ວ, ສະພາບການລວມຂອງທົ່ວປະເທດຈະອີງໃສ່ໝາກຜົນຂອງການຕ້ານໂລກລະບາດ, ຖ້າຫາກວ່າ ການຄວບຄຸມໂລກລະບາດໂຄວິດ - 19 ໄດ້ຮັບການປະຕິບັດເປັນຢ່າງດີ, ການເຕີບໂຕໃນປີ 2021 ອາດຈະບັນລຸໄດ້ແຕ່ 3,5% - 4%.
ໂດຍອີງໃສ່ແຜນການສົກຮຽນ 2021-2022ຊື່ງ ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ປະກາດໃຊ້ນັ້ນ, ມາຮອດຈຸດເວລານີ້ ມີຫລາຍທ້ອງຖິ່ນໄດ້ປະກາດໃຊ້ແຜນການກ່ຽວກັບເວລາຮຽນໃນສົກຮຽນໃຫມ່ໃຫ້ນັກຮຽນທຸກຂັ້ນ. ເຖິງຢ່າງໃດກໍຕາມ ຍ້ອນການຜັນແປສັບສົນຂອງໂລກລະບາດໂຄວິດ -19, ສະນັ້ນ ບັນດາທ້ອງຖິ່ນຈຶ່ງໄດ້ເປັນເຈົ້າການສ້າງຫລາຍແຜນການທີ່ມີໄຫວພິບໃຫ້ແກ່ສົກຮຽນໃຫມ່ ໂດຍອີງຕາມສະພາບຕົວຈິງຢູ່ແຕ່ລະທ້ອງຖິ່ນ.
ຕາມບັນດານັກຊ່ຽວຊານແລ້ວ, ຄວາມສາມາດບົ່ມຊ້ອນເພີ່ມລາຄາຂອງຕະຫຼາດຫຼັກຊັບຫວຽດນາມ ໃນປີ 2021 ຍັງໃຫຍ່ຫຼວງຢູ່.
ເມື່ອບໍ່ດົນມານີ້, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມ ສະຫລຸບວຽກງານ ແຜນການ-ການລົງທຶນ ແລະ ການເງິນ ປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021 ຂຶ້ນ, ໂດຍການເປັນປະທານກິດຕິມະສັກ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີ ກະຊວງການເງິນ, ມີບັນດາທ່ານລັດຖະມົນຕີ, ປະທານອົງການທຽບເທົ່າຂັ້ນສູນກາງ, ເຈົ້າ ແຂວງ, ຮອງປະທານອົງການທຽບເທົ່າຂັ້ນສູນກາງ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງວຽງຈັນ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ ແລະ ພະນັກງານຫລັກແຫລ່ງຂອງຂະແໜງ ແຜນການ ແລະ ການລົງທຶນ ແລະ ຂະແໜງການເງິນທົ່ວປະເທດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຍສໝ - ຫວ່າງແລ້ວນີ້, ທີ່ ກະຊວງແຜນການ ແລະ ການລົງທຶນຫວຽດນາມນະຄອນຫຼວງຮ່າໂນ້ຍ ສສ.ຫວຽດນາມ, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຫງວຽນຈີຢູ້ງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແຫ່ງ ສສ ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 23 ທັນວາ 2019, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຈີ໊ຢຸງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນລາວ.
ເມື່ອບໍ່ດົນມານີ້, ຢູ່ກະຊວງແຜນການ ແລະ ການລົງທຶນໄດ້ຈັດພິທີມອບ-ຮັບໜ້າທີ່ເລຂາຄະນະພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລະຫວ່າງ ທ່ານ ສຸພັນ ແກ້ວມີໄຊ ກໍາມະການສູນກາງພັກລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຜູ້ເກົ່າ ແລະ ທ່ານ ສອນໄຊ ສີພັນດອນ ກໍາມະການກົມ ການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງແຜນການ ແລະ ການລົງທຶນຜູ້ໃໝ່ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະ ມົນຕີ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍ ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງພາຍໃນກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມ.
ຍສໝ - ໃນຕອນບ່າຍຂອງວັນທີ 21 ມີຖຸນາ 2019, ທ່ານ ຫງວຽນ ຈີ໋ ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ, ປະທານຄະນະກໍາມະການຮ່ວມມື ຫວຽດນາມ-ລາວ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ.